ຄວາມຖີ່ປານກາງສວມບົດບາດສໍາຄັນໃນການຜັນຂະຫຍາຍ  5G

ມາຮອດປັດຈຸບັນ, ກະຊວງຖະແຫຼງຂ່າວ ແລະສື່ສານ ໄດ້ອອກໜັງສືອະນຸຍາດທົດລອງ 5G ໃຫ້ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel), ບໍລິສັດໃຫຍ່ໂທລະຄົມມະນາຄົມ MobiFone ແລະໃນເວລາຈະມາເຖິງແມ່ນກຸ່ມບໍລິສັດໄປສະນີໂທລະຄົມມະນາຄົມຫວຽດນາມ  (VNPT).

ຕາມທ່ານ ດວ່ານກວາງຮວານ, ຮອງປະທານສະມາຄົມວິທະຍຸໂທລະເລກ-ເອເລັກໂຕນິກຫວຽດນາມ ແລ້ວ: ເລື່ອງພັດທະນາ 5G ນອກຈາກບັນຫາຕ້ອງການມີເຕັກໂນໂລຢີໃໝ່ແລ້ວ, ຍັງຮຽກຮ້ອງໃຫ້ມີຄວາມຖີ່ກວ້າງຂວາງ, ໝາຍຄວາມວ່າແມ່ນຕ້ອງມີຄົບຄວາມຖີ່ເພື່ອພັດທະນາ 5G ໃນແອັບພຼີເຄຊັນທັງໝົດ.

ທ່ານ ເລວັນຕວ໊ນ, ຮອງຫົວໜ້າກົມຄວາມຖີ່ວິທະຍຸໂທລະເລກ (ກະຊວງຖະແຫຼງຂ່າວ ແລະສື່ສານ) ໃຫ້ຮູ້ວ່າ: “ໃນໂລກໄດ້ມີກວ່າ 300 ບໍລິສັດໂທລະຄົມມະນາຄົມທົດລອງ 5G. ມີ 13 ບໍລິສັດໂທລະຄົມມະນາຄົມຢູ່ 7 ປະເທດໄດ້ນໍາໃຊ້ 5G ເປັນການຄ້າ, ໃນນັ້ນມີ 8 ບໍລິສັດໂທລະຄົມມະນາຄົມນໍາໃຊ້ຄວາມຖີ່ 3,5GHz ແລະ 5 ບໍລິສັດໂທລະຄົມມະນາຄົມນໍາໃຊ້ຄວາມຖີ່ 28GHz. ຄວາມຖີ່ປານກາງສວມບົດບາດສໍາຄັນໃນການຜັນຂະຫຍາຍ 5G ໃນໄລຍະຕົ້ນ”.

leftcenterrightdel
Viettel ກໍ່ສ້າງໂຄງລ່າງເພື່ອຜັນຂະຫຍາຍເຄືອຂ່າຍ 5G. ພາບ: ແມ້ັງຮືງ.

ເຖິງຢ່າງໃດກໍ່ຕາມ, ຢູ່ຫວຽດນາມ ແລະບັນດາປະເທດອາຊຽນ, ເລື່ອງນໍາໃຊ້ຄວາມຖີ່ 3,5GHz ພວມປະສົບກັບຄວາມຫຍຸ້ງຍາກ, ເພາະວ່າໃນປັດຈຸບັນ, ຄວາມຖີ່ນີ້ພວມຖືກບັນດາປະເທດທີ່ຢູ່ໃກ້ເສັ້ນສູນສູດນໍາໃຊ້ໃຫ້ດາວທຽມສື່ສານ. ສໍາລັບບັນດາສະຖານທີ່ທີ່ມີປະລິມານນ້ຳຝົນຫຼາຍ, ເລື່ອງນໍາໃຊ້ດາວທຽມສື່ສານຢູ່ໃນຄວາມຖີ່ 3,5GHz ແມ່ນສໍາຄັນທີ່ສຸດ. ຍ້ອນເຫດນັ້ນ, ຢາກນໍາໃຊ້ຄວາມຖີ່ນີ້, ຄວນຄິດໄລ່ຊັ່ງຊາເຖິງໝາກຜົນຂອງການຄົ້ນຄວ້າ ແລະວັດແທກລະດັບຜົນສະທ້ອນຕົວຈິງຈາກ 5G ຕະຫຼອດຮອດບັນດາສະຖານີດາວທຽມສື່ສານໃນໂລກ. ປັດຈຸບັນ, ດາວທຽມ VINASAT-1 ຂອງຫວຽດນາມ ພວມນໍາໃຊ້ຄວາມຖີ່ 3,5GHz ເພື່ອສະໜອງການບໍລິການໂທລະຄົມມະນາຄົມດາວທຽມໃຫ້ທົ່ວພາກພື້ນອາຊີ-ປາຊີຟິກ.

ຄວນຄິດໄລ່ຊັ່ງຊາເຖິງຄວາມຖີ່ອື່ນໆເພື່ອປ່ຽນແທນ

ຕໍ່ໜ້າສະພາບການດັ່ງກ່າວ,  ທ່ານ ບຸ່ຍຮ່າລອງ, ຮອງຫົວໜ້າພະແນກນະໂຍບາຍ ແລະວາງແຜນຜັງຄວາມຖີ່ (ກົມຄວາມຖີ່ວິທະຍຸໂທລະເລກ) ໃຫ້ຮູ້ວ່າ: “ປະຈຸບັນ, ກົມຄວາມຖີ່ວິທະຍຸໂທລະເລກ ພວມຕັ້ງໜ້າເຮັດວຽກກັບບໍລິສັດຂຸດຄົ້ນດາວທຽມຂອງຫວຽດນາມ ແມ່ນ VNPT ເພື່ອຍົກອອກບັນດາວິທີການເຮັດແນວໃດເພື່ອໃຫ້ທັງມີຄວາມຖີ່ເພື່ອນໍາໃຊ້ໃຫ້  5G, ທັງຮັບປະກັນດາວທຽມເຄື່ອນໄຫວບໍ່ຖືກລົບກວນສັນຍານ. ກ່ຽວກັບມາດຕະການໃນຕໍ່ໜ້າ,  ໃນໄລຍະຕົ້ນ, ບາງເທື່ອ 5G ຈະບໍ່ຜັນຂະຫຍາຍຢູ່ບັນດາເຂດພູສູງ, ໝູ່ເກາະທະເລ. ສໍາລັບເຂດແຫ່ງນີ້, ຄວາມຖີ່ 3,5GHz ແມ່ນບຸລິມະສິດນໍາໃຊ້ໃຫ້ແກ່ການເຄື່ອນໄຫວຂອງດາວທຽມ, ເພາະວ່າດາວທຽມມີຈຸດດີແມ່ນເຊື່ອມຕໍ່ໄດ້ເປັນຢ່າງດີ, ໃນຂະນະທີ່ບໍລິສັດໂທລະຄົມມະນາຄົມ ຍາກທີ່ຈະຜັນຂະຫຍາຍໂຄງລ່າງຢູ່ບັນດາເຂດຫ່າງໄກສອກຫຼີກ, ໝູ່ເກາະທະເລ. ສໍາລັບເຂດຕົວເມືອງ, ຄວາມຖີ່ 3,5Ghz ຈະໄດ້ສະຫງວນສ່ວນໜຶ່ງເພື່ອຜັນຂະຫຍາຍ  5G”.

ໄປຄຽງຄູ່ກັນນັ້ນ, ຄວາມຖີ່  2,3GHz ແລະ 4,9GHz ກໍ່ແມ່ນບັນດາຄວາມຖີ່ທີ່ມີຄວາມສາມາດບົ່ມຊ້ອນໃຫ້ 5G. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ຢາກຂຸດຄົ້ນບັນດາຄວາມຖີ່ນີ້, ຄວນຄົ້ນຄວ້າຕື່ມກ່ຽວກັບຄວາມກຽມພ້ອມຂອງອຸປະກອນ, ເພາະວ່າປະລິມານອຸປະກອນສະຫງວນໃຫ້ບັນດາຄວາມຖີ່ນີ້ແມ່ນຍັງໜ້ອຍຢູ່, ສະນັ້ນຄ່າໃຊ້ຈ່າຍໃນການລົງທຶນແມ່ນໃຫຍ່ຫຼວງ. ຫວຽດນາມ ພວມເປັນເຈົ້າການຮຽກຮ້ອງບາງປະເທດໃນພາກພື້ນອາຊຽນ ແລະປະເທດຕ່າງໆ ເພື່ອສົມທົບກັນພັດທະນາຄວາມຖີ່ 4,9GHz ຕື່ມອີກ, ຈາກນັ້ນຊ່ວຍຫຼຸດລາຄາເຄື່ອງອຸປະກອນລົງ...

ດ້ວຍຄວາມປາດຖະໜາຢາກໃຫ້ໂຄງລ່າງເຄືອຂ່າຍ 5G ພັດທະນາໄວ ແລະມີລະດັບການເຊື່ອມຕໍ່ທີ່ດີ, ບັນດານັກຊ່ຽວຊານໂທລະຄົມມະນາຄົມສະເໜີວ່າ, ຫວຽດນາມ ຄວນມີກົນໄກ, ນະໂຍບາຍໜູນຊ່ວຍວິສາຫະກິດໂທລະຄົມມະນາຄົມໃນການຜັນຂະຫຍາຍ  5G. ຍ້ອນວ່າຖ້າຫາກວ່າວິສາຫະກິດລົງທຶນໃຫຍ່ໃຫ້ການປະມູນຄວາມຖີ່, ມີຄ່າໃຊ້ຈ່າຍສູງໃຫ້ຄວາມຖີ່, ອາດຈະພາໄປເຖິງກໍລະນີທີ່ວ່າວິສາຫະກິດມີແຫຼ່ງກໍາລັງບໍ່ພຽງພໍເພື່ອຜັນຂະຫຍາຍເຄືອຂ່າຍ, ຈາກນັ້ນຄຸນນະພາບການສະໜອງບໍລິການຈະບໍ່ໄດ້ຄືດັ່ງຄວາມຫວັງ.

ໂດຍ: ທູຈາງ