ໜຶ່ງເດືອນໄດ້ເຊັນສັນຍາລະດັບຊາດສອງສະບັບ

ໃນຫຼາຍປີຢ່າງຕໍ່ເນື່ອງ, Telemor ໄດ້ຮັບການຕີລາຄາວ່າແມ່ນວິສາຫະກິດໂທລະຄົມມະນາຄົມທີ່ມີອິດທິພົນຊື່ສຽງທີ່ສຸດຢູ່ຕີມໍ ຕາເວັນອອກ. ຍ້ອນເຫດນັ້ນ, ພຽງແຕ່ໃນເດືອນມິຖຸນາ 2019, ບໍລິສັດໄດ້ເຊັນສັນຍາສອງສະບັບກັບລັດຖະມົນຕີສອງທ່ານຂອງຕີມໍ ຕາເວັນອອກ. ສັນຍາສະບັບທໍາອິດໄດ້ຮັບການລົງນາມລະຫວ່າງກະຊວງກະສິກໍາຕີມໍ ຕາເວັນອອກ ແລະ Telemor. ຕາມນັ້ນແລ້ວ, Telemor ໄດ້ເປັນບໍລິສັດຮັບເໝົາການສະໜອງອຸປະກອນ ແລະມາດຕະການເຕັກໂນໂລຢີ-ຂໍ້ມູນຂ່າວສານໃຫ້ແກ່ລາຍການສຳຫຼວດຂໍ້ມູນປະຊາກອນຕີມໍ ຕາເວັນອອກ ປີ 2019, ດ້ວຍຍອດມູນຄ່າທັງໝົດຂອງສັນຍາແມ່ນກວ່າ 536 ພັນໂດລາສະຫະລັດ.

leftcenterrightdel
Telemor-ບໍລິສັດສະໜອງການບໍລິການໂທລະຄົມມະນາຄົມດີທີ່ສຸດຢູ່ຕີມໍ ຕາເວັນອອກ. ພາບ: ແທັງຖຸ໊ຍ.

ສັນຍາສະບັບທີສອງແມ່ນໄດ້ຮັບການລົງນາມລະຫວ່າງກະຊວງສື່ສານ-ຄົມມະນາຄົມຂົນສົ່ງຕີມໍ ຕາເວັນອອກ (MTC). ຕາມນັ້ນແລ້ວ, ປີ 2019 Telemor ຜັນຂະຫຍາຍໂຄງການສະໜອງສາຍສົ່ງ, ເຊື່ອມຕໍ່ 140 ອົງການກະຊວງ, ຄະນະ, ຂະແໜງການລັດຖະບານຕີມໍ ຕາເວັນອອກ. ນີ້ແມ່ນໂຄງການສວມບົດບາດພື້ນຖານໃຫ້ແກ່ໂຄງການຜັນຂະຫຍາຍລັດຖະບານເອເລັກໂຕນິກໃນໄລຍະຈະມາເຖິງ. ສັນຍາກັບ MTC ມີຍອດມູນຄ່າທັງໝົດແມ່ນ 672 ພັນໂດລາສະຫະລັດ/ປີ. ສັນຍາສອງສະບັບດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ ແລະສາຍພົວພັນຮ່ວມມືອັນດີງາມຂອງ Telemor ກັບບັນດາອົງການລັດຖະບານຕີມໍ ຕາເວັນອອກ.

ທ່ານ ໂດແມັງຮຸ່ງ, ຜູ້ອໍານວຍການໃຫຍ່ Viettel Global ຕີລາຄາວ່າ: “ນີ້ແມ່ນສອງໂຄງການຈຸດສຸມມີແງ່ຫວັງສືບຕໍ່ເປີດກວ້າງ ແລະແມ່ນປະຖົມປັດໄຈໃນການຜັນຂະຫຍາຍການສ້າງລັດຖະບານເອເລັກໂຕນິກຂອງຕີມໍ ຕາເວັນອອກ”.

ຄວາມສຳເລັດທີ່ມະຫັດສະຈັນຢູ່ຕີມໍ ຕາເວັນອອກ

ໂດຍໄດ້ລົງມືການກໍ່ສ້າງເຄືອຂ່າຍມາແຕ່ປີ 2012, ເລີ່ມດໍາເນີນທຸລະກິດໃນປີ 2013, ມາຮອດປີ 2014, Telemor ໄດ້ກາຍເປັນບໍລິສັດໂທລະຄົມມະນາຄົມໃຫຍ່ທີ່ສຸດຢູ່ຕີມໍ ຕາເວັນອອກ ກ່ຽວກັບພື້ນຖານໂຄງລ່າງເຄືອຂ່າຍອິນເຕີແນັດ ແລະຊ່ອງຈໍາໜ່າຍດ້ວຍສະຖານີ 2G 160 ແຫ່ງ, ສະຖານີ 3G 160 ແຫ່ງ, ສາຍກາບໃຍແສງຍາວ 1.600 ກິໂລແມັດ, ປົກຄຸມ 96% ປະຊາກອນ... ຍອດລາຍຮັບຂອງບໍລິສັດໄລ່ຮອດທ້າຍເດືອນມິຖຸນາ 2014 ແມ່ນ 17 ລ້ານໂດລາສະຫະລັດ, ກໍາໄລຄາດວ່າເກັບໄດ້ກວ່າ 4 ລ້ານໂດລາສະຫະລັດ.  Telemor ແມ່ນບໍລິສັດໜຶ່ງດຽວພຽງແຕ່ໃນ 6 ເດືອນນັບແຕ່ເມື່ອເປີດສະຫຼອງໄດ້ນໍາມາເຊິ່ງກໍາໄລໃຫ້ແກ່ Viettel.

ໃນເດືອນກໍລະກົດ 2017, Telemor ໄດ້ກາຍເປັນບໍລິສັດໂທລະຄົມມະນາຄົມແຫ່ງທໍາອິດຢູ່ຕີມໍ ຕາເວັນອອກ ໃນການສະໜອງ 4G ແລະກໍ່ແມ່ນເຄື່ອງໝາຍການຄ້າທີ 7 ຂອງ Viettel ທີ່ດໍາເນີນທຸລະກິດ 4G ໃນຈໍານວນ 11 ປະເທດ. ກໍ່ໃນປີ 2017, Telemor ໄດ້ປະຕິບັດ 5 ໂຄງການເຕັກໂນໂລຢີ-ຂໍ້ມູນຂ່າວສານໃຫຍ່ໃຫ້ແກ່ລັດຖະບານ ແລະບັນດາກະຊວງ, ຂະແໜງການຕີມໍ ຕາເວັນອອກ ດ້ວຍມູນຄ່າເກືອບ 1,8 ລ້ານໂດລາສະຫະລັດ.

ເດືອນກຸມພາ 2018, Telemor ໄດ້ຮັບສັນຍາລັດຖະບານຕີມໍ ຕາເວັນອອກ ໂດຍທ່ານ Mari Bim Amude Alkatiri  ນາຍົກລັດຖະມົນຕີລົງນາມກ່ຽວກັບໂຄງການ “ເປີດກວ້າງ Data center ໃຫ້ແກ່ຫ້ອງວ່າການນາຍົກລັດຖະມົນຕີ”, ດ້ວຍມູນຄ່າເກືອບ 1,5 ລ້ານໂດລາສະຫະລັດ. ກ່ອນໜ້ານັ້ນ, ປີ 2015, Telemor ໄດ້ຮັບລາງວັນວິສາຫະກິດເຕີບໂຕໄວທີ່ສຸດປີ 2014 ໃນພາກພື້ນອາຊີ, ທະວີບອົດສະຕາລີ ແລະນີວຊີແລນ ຢູ່ພິທີມອບລາງວັນທຸລະກິດສາກົນປີ 2015... ບັນດາຄວາມສຳເລັດທີ່ມະຫັດສະຈັນເຊິ່ງ Viettel ສ້າງໄດ້ຢູ່ ຕີມໍ ຕາເວັນອອກ ແມ່ນຍ້ອນໄດ້ອີງໃສ່ວິທີການເຮັດທີ່ແຕກຕ່າງ.

ບັນດາສິ່ງທີ່ Viettel ເຮັດໄດ້ຢູ່ ຕີມໍ ຕາເວັນອອກ ໄດ້ຮັບການຕີລາຄາຈາກທ່ານ Xanana Gusmao  ນາຍົກລັດຖະມົນຕີຕີມໍ ຕາເວັນອອກ ວ່າ: “Telemor ໄດ້ສ້າງບັນດາສິ່ງທີ່ແຕກຕ່າງ ແລະຫັນປ່ຽນຢ່າງວ່ອງໄວ” ຕໍ່ຂະແໜງໂທລະຄົມມະນາຄົມຂອງຕີມໍ ຕາເວັນອອກ.

ໂດຍ: ທະນາພອນ