ອາເມລິກາ ແລະເປຣູ ແມ່ນສອງປະເທດໄດ້ຮັບການເຊີດຊູທີ່ລາຍການນີ້ດ້ວຍກຸ່ມຜະລິດຕະພັນສະໜອງມາດຕະການໂທລະຄົມມະນາຄົມຕ່າງໆໃຫ້ແກ່ລູກຄ້າຍ່ອຍ ແລະລູກຄ້າແມ່ນວິສາຫະກິດ.

leftcenterrightdel
ລູກຄ້າລົງທະບຽນ Package Ti5. ພາບ: ວັນຟອງ.

Package Ti5 ໄດ້ສ້າງຂຶ້ນໃນສະພາບທີ່ລູກຄ້າມີຄວາມປາດຖະໜາຢາກເຂົ້າຮ່ວມພຶດຕິກໍາຕົວຈິງບັນດາ Package ໂທລະຄົມມະນາຄົມ, ຄວາມໄວອິນເຕີແນັດແຮງສູງ, ສະຖຽນລະພາບ ແລະບໍ່ມີຄ່າສໍາຮອງເກີດຂື້ນອີກ. ພາຍຫຼັງຜັນຂະຫຍາຍມາເປັນເວລາກວ່າໜຶ່ງປີ, ລາຍຮັບ Package Ti5 ໄດ້ກວມເອົາ 50% ລາຍຮັບເບີຕື່ມເງິນຂອງ Bitel ທັງໝົດ. ໃນຕະຫຼອດໄລຍະ 6 ເດືອນຕົ້ນປີນີ້, ເບີຕື່ມເງິນ 4ຈີ ຂອງ Bitel ເຕີບໂຕຢ່າງປະທັບໃຈ, ບັນລຸ 139% ຕາມແຜນການ. ໃນເດືອນ ມິຖຸນາ Bitel ໄດ້ປະກາດວ່າແມ່ນບໍລິສັດເຄືອຂ່າຍອິນເຕີແນັດທີ່ໄດ້ຮັບຄວາມນິຍົມທີ່ສຸດຢູ່ ເປຣູ ດ້ວຍຄວາມເພິ່ງພໍໃຈຂອງລູກຄ້າເມື່ອນໍາໃຊ້ບໍລິການສູງທີ່ສຸດໃນຈໍານວນບັນດາບໍລິສັດເຄືອຂ່າຍອິນເຕີແນັດຢູ່ ເປຣູ.

ໂດຍ: ເກື່ອງດັ້ງ