ນີ້ແມ່ນເທື່ອທີ 3 ແຂວງ ເທື່ອທຽນ - ເຫວ້ ຈັດຕັ້ງການເຄື່ອນໄຫວນີ້ ແລະໄດ້ດຶງດູດຜູ້ເຂົ້າຮ່ວມບໍລິຈາກເລືອດເປັນຈຳນວນຫຼວງຫຼາຍ. ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານ ບຸ່ຍແທງຮ່າ ຮອງເລຂາຜູ້ປະຈຳການຄະນະພັກແຂວງເທື່ອທຽນ - ເຫວ້ ໃຫ້ຮູ້ວ່າ, ລາຍການນີ້ມີຄວາມໝາຍມະນຸດສະທຳອັນສູງສົ່ງ, ສະແດງໃຫ້ເຫັນຈິດໃຈມະນຸດສະທຳ, ຮັກແພງມະນຸດດ້ວຍກັນຂອງປະຊາຊົນແຂວງເທື່ອທຽນ - ເຫວ້.

leftcenterrightdel
ວັນບຸນບໍລິຈາກເລືອດ “ຢາດເລືອດແດງເຂດດິນແດນເຫວ້”. ພາບ: ສໍານັກຂ່າວສານຫວຽດນາມ.

ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງກໍ່ໄດ້ມອບຂອງຂວັນ 18 ພູດໃຫ້ຄົນເຈັບທຸກຍາກທີ່ພວມປິ່ນປົວຢູ່ພະແນກສົ່ງເລືອດ ຂຶ້ນກັບສູນເລືອດສາດ ແລະສົ່ງເລືອດໂຮງໝໍສູນກາງເຫວ້.

ແຫຼ່ງຄັດຈາກ: vovworld.vn