ຕອນບ່າຍວັນດຽວກັນ, ມີພະນັກງານ, ພາລະກອນໝົດທຸກຄົນ, ຈໍານວນເງິນດັ່ງກ່າວນັ້ນໄດ້ສ່ົງຄືນໃຫ້ເອື້ອຍ ຈາງບິກລຽວ, ພະນັກງານຢູ່ກົມກອງ. ເອື້ອຍ ຈາງບິກລຽວ ໄດ້ແບ່ງປັນວ່າ: “ຂ້າພະເຈົ້າບໍ່ຮູ້ຊິເວົ້າຫຍັງນອກຈາກສົ່ງຄຳຂອບໃຈ ເອື້ອຍ ຮວີ່ງທິເກິ໋ມເຈົາ ດ້ວຍຄວາມຈິງໃຈ. ນີ້ແມ່ນຈໍານວນເງິນ (ເກືອບ 15 ລ້ານດົ່ງ) ທີ່ຜົວເມຍຂ້າພະເຈົ້າທ້ອນໄວ້ ເພື່ອກະກຽມໃຫ້ລູກເຂົ້າໂຮງຮຽນໃນສົກຮຽນໃໝ່ນີ້ຢູ່ນະຄອນໂຮ່ຈີມິນ. ຄອບຄົວຂ້າພະເຈົ້າມີລູກຫຼາຍຄົນ. ຜົວຂອງຂ້າພະເຈົ້າເຮັດອາຊີບຂັບລົດຈັກຮັບຈ້າງ, ເສດຖະກິດຄອບຄົວກໍ່ບໍ່ດີພໍປານໃດ. ສະນັ້ນ, ຈໍານວນເງິນນີ້ແມ່ນຫຼວງຫຼາຍທີ່ສຸດຕໍ່ກັບຄອບຄົວຂ້າພະເຈົ້າ. ຂ້າພະເຈົ້າ ແລະຄອບຄົວກໍ່ຂໍຂອບໃຈເຖິງການນໍາ, ຜູ້ບັນຊາການ Viettel ສາຂາດົ່ງນາຍ ທີ່ໄດ້ບໍາລຸງກໍ່ສ້າງ, ຝຶກຝົນຫຼໍ່ຫຼອມພະນັກງານ, ພາລະກອນຂອງຕົນຍາມໃດກໍ່ມີນໍ້າໃຈເມດຕາຈິດ”.

leftcenterrightdel
ເອື້ອຍ ຮວີ່ງທິເກິ໋ມເຈົາ. ພາບ: qdnd.vn.

ເອື້ອຍ ຮວີ່ງທິເກິ໋ມເຈົາ ແມ່ນພະນັກງານຄຸ້ມຄອງເຂດ. ເມື່ອຖືກຖາມກ່ຽວກັບວຽກງານຂອງຕົນ. ເອື້ອຍ ເກິ໋ມເຈົາ ແບ່ງປັນວ່າ: “ເກືອບ 15 ລ້ານດົ່ງແມ່ນຈໍານວນເງິນບໍ່ໜ້ອຍຕໍ່ກັບບັນດາຜູ້ເຮັດວຽກ, ກິນເງິນເດືອນ. ພຽງແຕ່ຄິດເຖິງເຈົ້າຂອງເງິນນີ້ພວມຕ້ອງການໃຊ້ຈ່າຍໃຫ້ຄອບຄົວ, ຂ້າພະເຈົ້າເປັນຫ່ວງ ແລະຢາກສ່ົງເງິນຄືນໃຫ້ເຈົ້າຂອງ. ເມື່ອໄດ້ມອບເງິນນີ້ໃຫ້ເອື້ອຍ ລຽວ ແລ້ວ, ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ. ຂ້າພະເຈົ້າຄິດວ່ານີ້ແມ່ນເລື່ອງທໍາມະດາ, ຖ້າແມ່ນຜູ້ອື່ນເຂົາເຈົ້າກໍ່ຈະເຮັດຄືກັນກັບຂ້າພະເຈົ້າ”.

ເມື່ອເວົ້າເຖິງພະນັກງານຂອງຕົນ, ທ່ານ ຫງວຽນຄັ໋ກຫວູ, ຜູ້ອໍານວຍການເຂດ 7, Viettel ສາຂາດົ່ງນາຍ, ໃຫ້ຂໍ້ສັງເກດວ່າ: “ເອື້ອຍ ເກິ໋ມເຈົາ ແມ່ນພະນັກງານເກັ່ງ. ກວ່າ 13 ປີ ທີ່ເຮັດວຽກຢູ່ກົມກອງ, ເອື້ອຍ ໄດ້ມີບົດຮຽນຫຼາຍຢ່າງ, ມີຄວາມເມົາມົວ, ສຸດອົກສຸດໃຈຕໍ່ອາຊີບ, ມີຊີວິດທີ່ມ່ວນຊື່ນ, ມີຄວາມປອງດອງເຈືອຈານເຂົ້າກັບພະນັກງານຄົນອື່ນ,  ຊ່ວຍເຫຼືອເພື່ອນຮ່ວມງານ. ຍາມໃດເອື້ອຍກໍ່ບໍ່ພຽງແຕ່ສໍາເລັດໜ້າທີ່ທີ່ໄດ້ມອບໝາຍໃຫ້ເທົ່ານັ້ນ, ແຕ່ເອື້ອຍ ເກິ໋ມເຈົາ ຍັງແມ່ນແບບຢ່າງດີເດັ່ນກ່ຽວກັບ “ເຮັດຫຼ້ອນວຽກບ້ານການເຮືອນ” ເພື່ອໃຫ້ທຸກຄົນໃນກົມກອງຮຽນຮູ້ ແລະເຮັດຕາມອີກດ້ວຍ”.

ໂດຍ: ເກື່ອງດັ້ງ