ຮັບໜ້າທີ່ວຽກງານຫຍຸ້ງຍາກດ້ວຍຄວາມຄິດທີ່ງ່າຍດາຍ

ປີ 2010, ເມື່ອກຸ່ມບໍລິສັດ Viettel ຮັບໜ້າທີ່ຄົ້ນຄວ້າຜະລິດຣາດາ ແລະປະດິດສ້າງຜະລິດຕະພັນສໍາເລັດ, ໃນທົ່ວກອງທັບບໍ່ທັນມີກົມກອງໃດເຮັດໄດ້ສິ່ງດັ່ງກ່າວ. ກ່ອນໜ້ານັ້ນ, ມີຫຼາຍກົມກອງໃນກອງທັບພຽງແຕ່ຄົ້ນຄວ້າ, ດັດປັບ ແລະຫັນຣາດາປະເພດຕ່າງໆເປັນທັນສະໄໝທີ່ພວມໄດ້ປະກອບໃຫ້ເຫຼົ່າທັບ.

ຍ້ອນເຫດນັ້ນ, ໜ້າທີ່ຂອງວິສະວະກອນ Viettel ຍັງປະສົບກັບສິ່ງທ້າທາຍກວ່າເມື່ອເຂົາເຈົ້າຕ້ອງກໍານົດເວລາສໍາເລັດວຽກງານແຕ່ເຂົາເຈົ້າບໍ່ເຄີຍມີປະສົບການເທື່ອ. ທ່ານ ເຈິ່ນຫວູເຮີບ, ຜູ້ອໍານວຍການສູນຣາດາ, ບໍລິສັດໃຫຍ່ອຸດສາຫະກໍາເຕັກໂນໂລຢີສູງ Viettel, ແມ່ນໜຶ່ງໃນບັນດາຜູ້ທີ່ໄດ້ເຂົ້າຮ່ວມການຄົ້ນຄວ້າແຕ່ມື້ທໍາອິດໃຫ້ຮູ້ວ່າ: “Viettel ຕ້ອງພິສູດປະສິດທິຜົນວຽກງານຜ່ານແຕ່ລະໄລຍະ, ຕ້ອງລາຍງານວຽກງານເຮັດໄດ້ຫຍັງແດ່ແລ້ວ ແລະຮອດເວລາໃດທີ່ມີຜະລິດຕະພັນໄດ້...”.

leftcenterrightdel
ກຸ່ມບໍລິສັດ Viettel ໄດ້ສ້າງບາດກ້າວໃໝ່ໃຫ້ພື້ນຖານອຸດສາຫະກໍາປ້ອງກັນຊາດຫວຽດນາມ. ພາບ: qdnd.vn.

ທ່ານ ເຈິ່ນຫວູເຮີບ ແບ່ງປັນວ່າ, ສິ່ງທີ່ໜ້າຈັບໃຈສຳລັບວິສາວະກອນ Viettel ໄລຍະນັ້ນ,  ເຂົາເຈົ້າບໍ່ໄດ້ຄິດວ່ານັ້ນ “ແມ່ນພາລະໜ້າທີ່ໜັກໜ່ວງ”. ເຂົາເຈົ້າພຽງຄິດແມ່ນບັນຫາດ້ານເຕັກນິກທີ່ຍາກ ແລະຕ້ອງແກ້ໃນເວລາໄດ້ກໍານົດ. ນັ້ນແມ່ນຍັງບໍ່ທັນເວົ້າເຖິງສິ່ງກີດຂວາງ, ຄວາມຫຍຸ້ງຍາກບົນເສັ້ນທາງຜະລິດສໍາເລັດຜະລິດຕະພັນ (ຣາດາ 2D ເວນຍາມຈັບສັນຍານຕໍ່າ deximet)...

ພາຍຫຼັງເວລາ 4 ປີແຫ່ງການຄົ້ນຄວ້າ, ທົດລອງ, ປີ 2014, ຜະລິດຕະພັນຣາດາທໍາອິດສໍາເລັດໂດຍ Viettel ຜະລິດ ແລະເປັນເຈົ້າພາບ ເຊິ່ງໄດ້ຮັບການກວດກາ ແລະປະເມີນຈາກກະຊວງປ້ອງກັນປະເທດຫວຽດນາມ ແລະໄດ້ຜະລິດເປັນຈໍານວນຫຼວງຫຼາຍ ເພື່ອປະກອບໃຫ້ບັນດາເຫຼົ່າທັບ. ມາຮອດປີ 2017, ຣາດາ “made by Viettel” ຍັງໄດ້ສົ່ງອອກຕ່າງປະເທດ, ນໍາ ຫວຽດນາມ ເຂົ້າໃນບັນຊີລາຍຊື່ 9 ປະເທດໃນໂລກສາມາດຜະລິດສໍາເລັດບັນດາອຸປະກອນການທະຫານທີ່ທັນສະໄໝ ເພື່ອປ້ອງກັນນ່ານຟ້າ.

ບັນດາທີ່ລະນຶກທີ່ບໍ່ອາດຈະຫຼົງລືມໄດ້ກ່ຽວກັບການທົດລອງຣາດາ

ບໍ່ຄືກັບເລື່ອງຄົ້ນຄວ້າ, ຜະລິດ, ທົດລອງຂອງບັນດາກຸ່ມອຸດສາຫະກໍາການທະຫານຂະໜາດໃຫຍ່ໃນໂລກ, ບັນດາວິສະວະກອນ Viettel ຕ້ອງຜະລິດ ແລະທົດລອງຣາດາ ໃນເງື່ອນໄຂຫຍຸ້ງຍາກຫຼາຍກວ່າ. ຖ້າຫາກຄືຢູ່ບັນດາປະເທດອື່ນ, ເຂົາເຈົ້າມີສະໜາມທົດລອງໃກ້ກັບສະໜາມບິນທີ່ປະກອບດ້ວຍບັນດາພາຫະນະທັນສະໄໝທີ່ສຸດ, ທຳການກວດກາຢ່າງລຽນຕິດ, ແຕ່ Viettel ພຽງປະຕິບັດການທົດລອງຕົວຈິງດ້ວຍພາຫະນະບິນພົນລະເຮືອນເທົ່ານັ້ນ.

ສໍາລັບບັນດາພາຫະນະທີ່ທັນສະໄໝຄືຍົນ Su-30, ບັນດາວິສະວະກອນ Viettel ພຽງໄດ້ທົດລອງດ້ວຍອຸປະກອນບິນແທ້ເມື່ອໄດ້ຮັບການກວດກາ ແລະປະເມີນຜະລິດຕະພັນເທົ່ານັ້ນ. ທ່ານ ເຈິ່ນຫວູເຮີບ ແບ່ງປັນວ່າ: “ເລື່ອງເຊ່ົາຍົນ Su-30 ບໍ່ພຽງແຕ່ແມ່ນບັນຫາຄ່າເຊົ່າເທົ່ານັ້ນ, ຫາກຍັງກ່ຽວຂ້ອງເຖິງບັນຫາການປ້ອງກັນຊາດ ດັ່ງນັ້ນກ່ອນທີ່ສໍາເລັດເພື່ອກວດກາ ແລະປະເມີນ, ພວກຂ້າພະເຈົ້າຍັງບໍ່ທັນໄດ້ທົດລອງກັບເຮຶອບິນແທ້”. ຜູ້ອໍານວຍການສູນຣາດາ Viettel ບໍ່ອາດຈະຫຼົງລືມການທົດລອງຜະລິດຕະພັນຣາດາ 2D ເວນຍາມຈັບສັນຍານຕໍ່າ deximet ຢູ່ສະໜາມຮົບໃນເຂດຫ່າງໄກສອກຫຼີກ, ອ້ອມຂ້າງແມ່ນສຸສານ ແລະທົ່ງນາໄດ້.

leftcenterrightdel
ທ່ານ ເຈິ່ນຫວູເຮີບ, ຜູ້ອໍານວຍການສູນຣາດາ, ບໍລິສັດໃຫຍ່ອຸດສາຫະກໍາເຕັກໂນໂລຢີສູງ Viettel. ພາບ: qdnd.vn.

ແລະຈຸດເວລາທີ່ຕື່ນເຕັ້ນໃຈທີ່ສຸດສຳລັບບັນດາວິສາວະກອນ Viettel ແມ່ນເວລາລໍຖ້າຍົນ Su-30 ປະກົດຢູ່ໜ້າຈໍ່ຣາດາ ໂດຍເຂົາເຈົ້າຜະລິດ. “ເມື່ອຍົນ  Su-30 ໄດ້ປະກົດຢູ່ໜ້າຈໍ່, ທຸກຄົນຮູ້ສຶກດີໃຈ, ແຕ່ຍັງຕ້ອງລໍຖ້າຈົນໝົດເວລາການບິນຈຶ່ງຫັນໃຈສະບາຍໄດ້”, ທ່ານ ເຈິ່ນຫວູເຮີບ ແບ່ງປັນວ່າ. ນີ້ແມ່ນຄັ້ງທໍາອິດທີ່ທີມງານໄດ້ສຳຜັດກັບເປົ້າໝາຍບິນແທ້ຄືຍົນ Su-30 ເພື່ອກວດກາການຄິດໄລ່ຕ່າງໆກ່ອນໜ້ານັ້ນໃຫ້ຜະລິດຕະພັນ.

“ໝາກຜົນດັ່ງກ່າວໄດ້ພິສູດໃຫ້ເຫັນວ່າອຸປະກອນຂອງ Viettel ຕອບສະໜອງໄດ້ຕາມຄວາມຮຽກຮ້ອງທີ່ໄດ້ວາງອອກ”, ທ່ານ ເຈິ່ນຫວູເຮີບ ໃຫ້ຮູ້ວ່າ. ອຸປະກອນຣາດາຂອງ Viettel, ໄດ້ຮັບການຮັບຮອງຈາກກະຊວງປ້ອງກັນປະເທດຫວຽດນາມ ວ່າມີຄຸນນະພາບທຽບເທົ່າກັບຍຸດທະພັນການທະຫານປະເພດຕ່າງໆເຊິ່ງປະເທດເຮົາພວມນໍາເຂົ້າ.

ພາຍຫຼັງໂຄງການຜະລິດຣາດາເວນຍາມປ້ອງກັນນ່ານຟ້າດັ່ງກ່າວ, Viettel ຍັງຜະລິດສໍາເລັດຣາດາເວນຍາມທາງທະເລ, ອຸປະກອນນໍາໃຊ້ຕົ້ນຕໍ່ຂອງທະຫານເຮືອ. ອຸປະກອນໂດຍ Viettel ຜະລິດມີລັກສະນະ ແລະຄຸນນະພາບທຽບເທົ່າກັບບັນດາຣາດາທັນສະໄໝ ເຊິ່ງທະຫານເຮືອຫວຽດນາມ ພວມນໍາໃຊ້ໃນຈຸດເວລານັ້ນ. ສິ່ງນີ້ໄດ້ຮັບການພິສູດຜ່ານການທົດລອງລະຫວ່າງຣາດາໂດຍ Viettel ຜະລິດ ແລະຣາດາທັນສະໄໝທີ່ສຸດ ເຊິ່ງທະຫານເຮືອຫວຽດນາມ ພວມນໍາໃຊ້.

ໃນເດືອນ ພຶດສະພາ 2018, ພາຍຫຼັງເວລາ 3 ປີແຫ່ງການຄົ້ນຄວ້າ ແລະທົດລອງ, ຜະລິດຕະພັນຣາດາເວນຍາມທາງທະເລຊັ້ນກາງ VRS-CSX ໂດຍ Viettel ຜະລິດໄດ້ຮັບການກວດກາ ແລະປະເມີນຈາກກະຊວງປ້ອງກັນປະເທດຫວຽດນາມ. ຣາດາປະເພດນີ້ມີລັກສະນະຍຸດທະວິທີທຽບເທົ່າກັບ Score 3000 ຂອງຝະລັ່ງ, ຕອບສະໜອງທຸກມາດຕະຖານຂອງ ນາໂຕ ແລະພວມໄດ້ຮັບການຜະລິດເປັນຈໍານວນຫຼວງຫຼາຍ.

ໂດຍ: ໄຊນີດາ