ເມື່ອເປັນຄືແນວນັ້ນ, ຫວຽດນາມ ໄດ້ເຂົ້າຮ່ວມໃນກຸ່ມບັນດາປະເທດທໍາອິດໃນໂລກທີ່ຜັນຂະຫຍາຍ ແລະທົດລອງເຄືອຂ່າຍ 5G. ນີ້ແມ່ນສັນຍານທີ່ດີທີ່ສະແດງໃຫ້ເຫັນວ່າ ຫວຽດນາມ ມີຄວາມບຸກທະລຸກ່ຽວກັບພື້ນຖານໂຄງລ່າງໂທລະຄົມມະນາຄົມເພື່ອບືນຕົວຂຶ້ນໃນການປະຕິວັດອຸດສາຫະກໍາ 4.0.

ຫວຽດນາມ ພວມນອນໃນກຸ່ມປະເທດນໍາໜ້າກ່ຽວກັບ 5G

ແຕ່ກ່ອນເມື່ອເຄືອຂ່າຍ 5G ໄດ້ຮັບການກຳເນີດ, ຫວຽດນາມ ກໍ່ຄືບັນດາປະເທດອາຊີອື່ນ ຍາມໃດກໍ່ໄປຕາມຫຼັງກ່ຽວກັບເຕັກໂນໂລຢີໂທລະຄົມມະນາຄົມ-ເຕັກໂນໂລຢີຂໍ້ມູນຂ່າວສານ. ແຕ່ວ່າເມື່ອໄປຮອດເຄືອຂ່າຍ  5G ແລ້ວ, ຫວຽດນາມ ໄດ້ນໍາທັນກັບເຕັກໂນໂລຢີໂທລະຄົມມະນາຄົມໂທລະສັບມືຖື. ພວກຂ້າພະເຈົ້າ ໄດ້ນອນໃນກຸ່ມປະເທດທໍາອິດໃນໂລກທີ່ຜັນຂະຫຍາຍເຄືອຂ່າຍ 5G, ຖັດຈາກ ສ.ເກົາຫຼີ, ຍີ່ປຸ່ນ, ອາເມລິກາ, ອົດສະຕາລີ.

ຕາມທ່ານ  Denis Brunetti, ປະທານ Ericsson ຢູ່ຫວຽດນາມ, ມຽນມາ, ກໍາປູເຈຍ, ລາວ ໃຫ້ຮູ້ວ່າ:  ດ້ວຍລະດັບການຜັນຂະຫຍາຍເຄືອຂ່າຍ 5G ຄືໃນປັດຈຸບັນ, ຫວຽດນາມ ພວມໄປພ້ອມໆກັນກັບໂລກ. ຍ້ອນວ່າມາຮອດປັດຈຸບັນ, ໂລກຍັງກໍາລັງສ້າງມາດຕະຖານໃຫ້ເຄືອຂ່າຍ 5G, ຫາກໍ່ມີສອງສາມປະເທດທີ່ຜັນຂະຫຍາຍໄດ້. ທ່າອ່ຽງນໍາໜ້າໃນເຕັກໂນໂລຢີໂທລະຄົມມະນາຄົມມືຖືກໍ່ກໍາລັງຄ່ອຍໆຫັນປ່ຽນຈາກເອີລົບ ໄປສູ່ອາຊີເທື່ອລະເລັກລະໜ້ອຍ, ຍ້ອນມີການຂະຫຍັນຂັນເຄື່ອນກວ່າ.

ເປັນຫຍັງ 5G ພັດແມ່ນການປະຕິວັດສົ່ງສັນຍານ

ເຄືອຂ່າຍ 5G ສໍາຄັນເພາະວ່ານັ້ນບໍ່ພຽງແຕ່ແມ່ນເຄືອຂ່າຍໂທລະຄົມມະນາຄົມມືຖືເທົ່ານັ້ນ, ຫາກມັນຍັງແມ່ນການປະຕິວັດກ່ຽວກັບການສົ່ງສັນຍານ, ແມ່ນພື້ນຖານໃຫ້ແກ່ການປະຕິວັດຂອງບັນດາການໝູນໃຊ້, ບັນດາເຕັກໂນໂລຢີອື່ນໃນການປະຕິວັດ 4.0 ອີກດ້ວຍ, ຄື: ອິນເຕີແນັດສັບພະສິ່ງ, ພູມປັນຍາທຽມ, ຂໍ້ມູນໃຫຍ່, blockchain... ລະດັບຄວາມໄວຂອງເຄືອຂ່າຍ 5G ໄວກວ່າທົບ 20 ເທົ່າເມື່ອທຽບໃສ່ເຄືອຂ່າຍ 4G.

leftcenterrightdel
ບັນດາຜູ້ແທນປະຕິບັດພິທີການວັດແທກຄື້ນ 5G ຂອງ Viettel. ພາບ: ສໍານັກຂ່າວສານຫວຽດນາມ.

ການເຄື່ອນໄຫວປະຕິບັດການໂທອອກສາຍທໍາອິດຜ່ານເຄືອຂ່າຍ 5G ຂອງ Viettel ແມ່ນນອນໃນລາຍການທົດລອງດ້ານເຕັກນິກ ເພື່ອແນໃສ່ຕີລາຄາທຸກດ້ານກ່ຽວກັບຄວາມສາມາດໝູນໃຊ້ເຕັກໂນໂລຢີໃນພຶດຕິກໍາຕົວຈິງຢູ່ຫວຽດນາມ. ທີ່ເຫດການ, ລະດັບການເຊື່ອມຕໍ່ເຄືອຂ່າຍໂທລະສັບມືຖື 5G ຂອງ Viettel ດ້ວຍອຸປະກອນຕົ້ນປາຍຖືກບັນລຸແຕ່ 1,5 - 1,7 Gbps, ເທົ່າກັບລະດັບຂອງສາຍກາບໃຍແສງການຄ້າ. ຄືແນວນັ້ນ, ເມື່ອຜັນຂະຫຍາຍເຄືອຂ່າຍ 5G ໃຫ້ທົ່ວເຖິງນັ້ນ, ຫວຽດນາມ ມີເງື່ອນໄຂພື້ນຖານໂຄງລ່າງດີທີ່ສຸດເພື່ອປະຕິບັດການຫັນລະບົບທັງໝົດໃນທົ່ວປະເທດ,  ນັບທັງເຂດຫ່າງໄກສອກຫຼີກເປັນລະບົບອັດສະລິຍະດ້ວຍບັນດາການໝູນໃຊ້ ເຕັກໂນໂລຢີທັນສະໄໝທີ່ສຸດ.

ກຽມພ້ອມໃຫ້ບັນດາການໝູນໃຊ້ໃນການປະຕິວັດອຸດສາຫະກໍາ  4.0

ຍ້ອນມີການເດີນທາງໄປພ້ອມກັບໂລກກ່ຽວກັບການຜັນຂະຫຍາຍ 5G, ສະນັ້ນຖັນແຖວນັກຊ່ຽວຊານ ແລະວິສະວະກອນຂອງ Viettel ບໍ່ສາມາດໝູນໃຊ້ບັນດາບົດຮຽນຈາກສາກົນໄດ້ຈົນສຸດຂີດ ເພື່ອຮັບມືກັບບັນດາກໍລະນີທີ່ຜັນຂະຫຍາຍ. ບັນດາບັນຫາເກີດຂຶ້ນໃນວິວັດການຕິດຕັ້ງ, ຜັນຂະຫຍາຍເຄືອຂ່າຍ 5G ຍັງໃໝ່ອ່ຽມສໍາລັບບັນດາວິສະວະກອນຂອງ Viettel, ພ້ອມທັງກໍ່ຍັງໃໝ່ອ່ຽມສໍາລັບບັນດານັກຊ່ຽວຊານສາກົນ.

ທ່ານພົນຈັດຕະວາ ເລດັງຢຸງ, ຜູ້ຮັກສາການປະທານ ທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Viettel ຢືນຢັນວ່າ: “ທາງດ້ານພື້ນຖານໂຄງລ່າງສ່ົງສັນຍານ, ເຕັກໂນໂລຢີເຊື່ອມຕໍ່ IoT ທີ່ໄດ້ຜັນຂະຫຍາຍໂດຍ Viettel. Viettel  ໄດ້ກຽມພ້ອມບັນດາວິທີການໝູນໃຊ້ພູມປັນຍາທຽມເພື່ອຊ່ວຍແກ້ໄຂບັນດາບັນຫາສັງຄົມ. Viettel ກໍ່ໄດ້ກໍ່ສ້າງຖັນແຖວພະນັກງານກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດໃຫຍ່ສຸດ ເພື່ອປ້ອງກັນຄວາມປອດໄພຂອງຜູ້ຊົມໃຊ້ໃນເຄືອຂ່າຍອິນເຕີແນັດ”.

ຕາມທ່ານ Denis Brunetti ແລ້ວ, Viettel ແລະ Ericsson ພວມກໍ່ສ້າງພື້ນຖານການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງໃຫ້ແກ່ ການປະຕິວັດອຸດສາຫະກໍາ 4.0, ໝັ້ນໝາຍວ່າຈະຊຸກຍູ້ການຫັນເປັນດີຈີຕອນໃນທຸກຂະແໜງການ ຄື: ການຜະລິດ, ການຂົນສົ່ງ, ກະສິກໍາ, ພະລັງງານ, ສາທາລະນະສຸກ ແລະການສຶກສາ, ປະກອບສ່ວນສ້າງຂຶ້ນກະແສຟອງພັດທະນາເສດຖະກິດ-ສັງຄົມໃໝ່. 5G ຈະແມ່ນພື້ນຖານໂຄງລ່າງສໍາຄັນຂອງຊາດ, ສ້າງກໍາລັງໜູນ ແລະອະນຸຍາດໃຫ້ຫວຽດນາມ ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ກ່ຽວກັບເຕັກໂນໂລຢີສູງ.

ໂດຍ: ທູຈາງ