ພາຍຸ Idai ພັດເຂົ້າໂມຊຳບິກ ໄດ້ກໍ່ຜົນສະທ້ອນເຖິງເຄືອຂ່າຍຂອງ Movitel ເຊິ່ງ Viettel ລົງທຶນເຂົ້າປະເທດອາຟະລິການີ້. ພາຍຸ Idai ໄດ້ສົ່ງຜົນສະທ້ອນເຖິງສະຖານີຮັບສົ່ງສັນຍານ 273  ແຫ່ງຂອງ Movitel. ຫຼັງຈາກນັ້ນ, Viettel ໄດ້ສຸມໃສ່ທຸກແຫຼ່ງກໍາລັງເພື່ອແກ້ໄຂອຸບັດຕິເຫດໃຫ້ Movite ຢ່າງທັນການ. ທ່ານ ໂດ້ແມ້ງຮຸ່ງ ໃຫ້ຮູ້ວ່າ, Viettel ໄດ້ຈັດສົ່ງພະນັກງານເຕັກນິກຈາກ ບູຣູນດີ ແລະຕັງຊານີ 30 ຄົນ ໄປແກ້ໄຂອຸບັດຕິເຫດໃຫ້ Movitel.

leftcenterrightdel
ວຽກງານແກ້ໄຂອຸບັດຕິເຫດໃຫ້ Movitel. ພາບ: ເລມາຍ.

ໄລ່ຮອດຈຸດເວລານີ້, ເຄືອຂ່າຍມືຖື Movitel ຂອງ Viettel ແມ່ນເຄືອຂ່າຍໜຶ່ງດຽວໄດ້ຮັບການແກ້ໄຂອຸບັດຕິເຫດໂດຍພື້ນຖານ, ຮັບປະກັນການຕິດຕໍ່ກັບຄືນມາຢູ່ໂມຊຳບິກ. ທ່ານ ໂດ້ແມ້ງຮຸ່ງ ໃຫ້ຮູ້ວ່າ, ປະຈຸບັນພາຍຫຼັງພາຍຸ Idai, ບັນດາເສັ້ນທາງຢູ່ໂມຊໍາບິກ ຖືກເຊາະເຈື່ອນຢ່າງຮ້າຍແຮງ ສະນັ້ນການຄົມມະນາຄົມປະສົບກັບຄວາມຫຍຸ້ງຍາກ ແລະມີຜົນສະທ້ອນຫຼາຍຢ່າງເຖິງການແກ້ໄຂອຸບັດຕິເຫດ ແລະການຟື້ນຟູລະບົບໂທລະຄົມມະນາຄົມຢູ່ ໂມຊຳບິກ.

ໂດຍ: ເຈິ່ນຮວ່ຽນ