ຕາມບົດບັນທຶກຊ່ວຍຈໍາແລ້ວ, BIDV ໃຫ້ຄໍາໝັ້ນສັນຍາສະໜອງບັນດາຜະລິດຕະພັນການບໍລິການດ້ານການເງິນທະນາຄານທັນສະໄໝ, ດີເລີດໃຫ້ກຸ່ມບໍລິສັດ Viettel ແລະບັນດາຫົວໜ່ວຍສະມາຊິກຂອງກຸ່ມບໍລິສັດ. BIDV ກໍ່ໜູນຊ່ວຍລູກຄ້າທີ່ພວມນໍາໃຊ້ການບໍລິການຂອງ Viettel ປະຕິບັດການຊໍາລະຄ່າຂົນສົ່ງຕາມຊ່ອງທາງແຈກຢາຍຫຼາຍຮູບຫຼາຍແບບຂອງ BIDV ຢູ່ຮ້ານບໍລິການ ATM, internetbanking, smartbanking. ນອກຈາກນັ້ນ, Viettel ກໍ່ຈະນໍາໃຊ້ການບໍລິການທະນາຄານເອເລັກໂຕນິກ (ibank) ໃຫ້ Viettel ເພື່ອປະຕິບັດການຄຸ້ມຄອງກະແສເງິນເປັນຈຸດສຸມ, ສົ່ງໜັງສືຢັ້ງຢືນການເຊັນດີຈີຕອນ.

leftcenterrightdel
ຜູ້ຕາງໜ້າການນໍາ BIDV ແລະ Viettel ລົງນາມບົດບັນທຶກຊ່ວຍຈໍາການຮ່ວມມື. ພາບ: ເຢືອງຕື໋.

ໃນຂະນະນັ້ນ, ດ້ວຍທ່າໄດ້ປຽບແມ່ນວິສາຫະກິດໂທລະຄົມມະນາຄົມເປັນກຳມະສິດຕາໜ່າງພື້ນຖານໂຄງລ່າງໂທລະຄົມມະນາຄົມໃຫຍ່ທີ່ສຸດ, ສູນຂໍ້ມູນ (data center) ໃຫຍ່ທີ່ສຸດ ແລະປອດໄພທີ່ສຸດ, Viettel ຈະສະໜອງໃຫ້ BIDV ພື້ນຖານໂຄງລ່າງດ້ານຂໍ້ມູນຂ່າວສານ, ບໍລິການສຳເນົາເອກະສານ, ສົ່ງຂໍ້ມູນພາຍໃນປະເທດ ແລະສາກົນ...

ຕາມທ່ານ ຟານດຶກຕູ໊, ປະທານສະພາບໍລິຫານ BIDV ໃຫ້ຮູ້ວ່າ, ເລື່ອງລົງນາມບົດບັນທຶກຊ່ວຍຈໍາເປັນຂີດໝາຍກ້າວໜ້າສໍາຄັນໃນການພົວພັນຮ່ວມມືຍຸດທະສາດລະຫວ່າງ Viettel ແລະ BIDV, ຢືນຢັນວ່າ ການພົວພັນຮ່ວມເດີນທາງພ້ອມກັນພັດທະນາຂອງບັນດາວິສາຫະກິດໃຫຍ່ ແມ່ນແນໃສ່ສ້າງຄວາມມານະພະຍາຍາມຊຸກຍູ້ພື້ນຖານເສດຖະກິດສືບຕໍ່ພັດທະນາ, ຕັດສິນໃຈປະຕິບັດບັນດາມະຕິຂອງພັກ ແລະລັດຖະບານໄດ້ຢ່າງມີໄຊ.

ໂດຍ: ຄໍາແພງ