leftcenterrightdel
ພິທີຮັບນາມມະຍົດມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ. ພາບ: vov.vn

ຕອນເຊົ້າວັນທີ 28 ກຸມພາ, ຕາແສງຕຽນຢູ, ແຂວງບັກນິງ ໄດ້ຈັດພິທີຮັບນາມມະຍົດມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ໂດຍງານບຸນທີ່ເປັນມູນເຊື້ອ, ງານບຸນລິມ. ພ້ອມກັນນັ້ນກໍ່ໄດ້ຈັດພິທີໄຂງານບຸນລິມ ລະດູບານໃໝ່ປີມະເມຍ 2026.

ງານບຸນລິມ 2026 ໄດ້ຈັດຂຶ້ນໃນວັນທີ 28 ກຸມພາ ແລະວັນທີ 1 ມີນາ, ດ້ວຍການເຂົ້າຮ່ວມຂອງ 13 ໝູ່ບ້ານ. ກວານຫໍ ແມ່ນ “ຈິດວິນຍານ” ຂອງງານບຸນລິມ ແລະງານບຸນລິມແມ່ນແຫ່ງມໍລະດົກວັດທະນະທະບໍ່ເປັນວັດຖຸເພງພື້ນເມືອງກວາງຫໍບັກນິງ ໄດ້ຮັບການອະນຸລັກຮັກສາ, ສະແດງ ແລະເສີມຂະຫຍາຍຢ່າງມີຊີວິດຊີວາ ແລະຄົບສົມບູນທີ່ສຸດ. ງານບຸນລິມ ປະກອບສ່ວນເຊີດຊູ ແລະແຜ່ກະຈາຍມູນເຊື້ອອະລິຍະທຳຂອງເຂດດິນແດນ ແລະຄົວພາກເໜືອ, ພິເສດແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸເພງພື້ນເມືອງກວານຫໍບັກນິງ ເຊິ່ງອົງການສຶກສາວິທະຍາສາດ ແລະວັດທະນະທຳສະຫະປະຊາຊາດ (UNESCO) ໄດ້ຈົດຊື່ໄວ້.

ໂດຍ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ