ຕາມການຄາດຄະເນ, ວັນທີ 29 ທັນວາ ຈະມາເຖິງ, ເຂດພິເສດ ເວິນດົນ (ແຂວງ ກວາງນິງ) ຈະເປີດນຳໃຊ້ດ້ານເຕັກນິກ 3 ໂຄງການຄົມມະນາຄົມ ແລະສະໜອງນ້ຳປະປາດ້ວຍຍອດຈຳນວນເງິນລົງທຶນກວ່າ 850 ຕື້ດົ່ງ. ບັນດາໂຄງການລວມມີ: ຍົກລະດັບເສັ້ນທາງຕອນ ມິງເຈົາ - ກວານລ້ານ, ລະບົບນ້ຳປະປາຕາແສງ ງອກວື່ງ ແລະ ເສັ້ນທາງເຊື່ອມຕໍ່ຂົວ ເວິນດົນ 3 ໄປຍັງເຂດຕັ້ງຖີ່ນຖານຄົງທີ່ຄືນໃໝ່ ດ່ວານເກັດ.

leftcenterrightdel
ເສັ້ນທາງເຊື່ອມຕໍ່ຂົວ ເວິນດົນ 3 ໄປຍັງເຂດຕັ້ງຖີ່ນຖານຄົງທີ່ຄືນໃໝ່ ດ່ວານເກັດ. ພາບ: baoquangninh.vn

ໃນໂອກາດນີ້, ເວິນດົນ ກໍ່ຈະເລີ່ມລົງມືກໍ່ສ້າງ 12 ໂຄງການໃໝ່ໃນບັນດາຂົງເຂດ: ການສຶກສາ, ການຄ້າ - ການບໍລິການ, ຄົມມະນາຄົມ, ພື້ນຖານໂຄງລ່າງດ້ານເຕັກນິກ, ປັບແປງຕົວເມືອງ… ດ້ວຍຍອດເງິນລົງທຶນກວ່າ 1.450 ຕື້ດົ່ງ. ບັນດາໂຄງການຈະປະກອບສ່ວນສ້າງສຳເລັດພື້ນຖານໂຄງລ່າງດ້ານເຕັກນິກເຂດພິເສດ ເວິນດົນ, ເປີດກວ້າງເຂດພັດທະນາ, ຊຸກຍູ້ການບໍລິການ, ທ່ອງທ່ຽວ, logistics, ມຸ່ງໄປເຖິງເປົ້າໝາຍສ້າງ ເວິນດົນ ໃຫ້ກາຍເປັນເຂດເສດຖະກິດລຸ້ນໃໝ່.

ແຫຼ່ງຄັດຈາກ: vovworld.vn