ໃນຈໍານວນຜູ້ແທນປະມານ 150 ຄົນເຂົ້າຮ່ວມກອງປະຊຸມ, ມີເຈົ້າກົກເຈົ້າ ເຫຼົ່າ, ນາຍບ້ານ, ຜູ້ມີອິດທິພົນຊື່ສຽງໃນບໍລິເວນບັນດາຕາແສງຊາຍແດນ. ນີ້ແມ່ນກໍາລັງສໍາຄັນພິເສດໃນວຽກງານຂົນຂວາຍປະຊາຊົນ, ໂຄສະນາພໍ່ແມ່ ປະຊາຊົນຊົນເຜົ່າສ່ວນໜ້ອຍຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວປົກປັກຮັກສາອະທິປະໄຕ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍເຂດ ຊາຍແດນ, ຮັກສາ, ເສີມຂະຫຍາຍການພົວພັນມິດຕະພາບ, ການຮ່ວມມື ລະຫວ່າງສອງປະເທດຫວຽດນາມ-ລາວ.

ລາຍງານທີ່ກອງປະຊຸມ, ທ່ານ ດິງຊວນຖັ໋ງ ຊ່ຽວຊານກ່ຽວກັບວຽກງານຊົນ ເຜົ່າ ໃຫ້ຮູ້ວ່າ: “ເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ຜູ້ມີອິດທິພົນຊື່ສຽງ ຮັກສາບົດ ບາດສໍາຄັນພິເສດໃນວຽກງານໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນເຂົ້າ ຮ່ວມການປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ, ໂດຍສະເພາະແມ່ນຢູ່ເຂດພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍ, ເຂດຊາຍແດນ. ນີ້ແມ່ນແກ່ນສານການເມືອງ-ສັງຄົມຢູ່ຮາກຖານ, ຮັກສາບົດບາດທີ່ບໍ່ສາມາດປ່ຽນແທນໄດ້ໃນວຽກງານໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນປະກອບສ່ວນກໍ່ສ້າງເຂດຊາຍແດນໃຫ້ໝັ້ນຄົງເຂັ້ມແຂງ, ມີສະຖຽນລະພາບຢ່າງຍາວນານ”.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: vietnamnet.vn

ຕົວຈິງໃນໄລຍະຜ່ານມາ, ເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ຜູ້ມີອິດທິພົນຊື່ສຽງ ໄດ້ຕັ້ງໜ້າປຸກລະດົມຂົນຂວາຍບັນດາຄອບຄົວຊົນເຜົ່າສ່ວນໜ້ອຍເຂົ້າຮ່ວມ ບັນດາໜ່ວຍຄຸ້ມຄອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ໜ່ວຍປ້ອງກັນ ຄວາມສະຫງົບບ້ານ; ຄົ້ນພົບຢ່າງທັນການ, ແຈ້ງໃຫ້ເຈົ້າໜ້າທີ່ຮັບຊາບ ກ່ຽວກັບບັນດາການກະທໍາທີ່ລະເມີດຊາຍແດນ, ລະເມີດກົດໝາຍ.

ທ່ານ ດິງຊວນຖັ໋ງ ແບ່ງປັນວ່າ “ເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ຜູ້ມີອິດທິພົນ ຊື່ສຽງ ໄດ້ໂຄສະນາເຜີຍແຜ່, ອະທິບາຍໃຫ້ພໍ່ແມ່ປະຊາຊົນເຂົ້າໃຈຖືກຕ້ອງ ກ່ຽວກັບການພົວພັນຫວຽດນາມ-ລາວ, ເວົ້າໃຫ້ພໍ່ແມ່ປະຊາຊົນເຂົ້າໃຈວ່າ ຫວຽດນາມ-ລາວ ແມ່ນອ້າຍນ້ອງ, ສັ່ງສອນໃຫ້ລູກຫຼານເຄົາລົບນັບຖື, ຊ່ວຍ ເຫຼືອປະຊາຊົນລາວ. ຜ່ານນັ້ນ ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ, ກໍ່ສ້າງເຂດຊາຍແດນສັນຕິພາບ, ສະຖຽນລະພາບ, ມິດຕະພາບ”.

ບັນດາຊ່ຽວຊານ, ນັກຄຸ້ມຄອງລ້ວນແຕ່ເປັນເອກະພາບໃຫ້ຂໍ້ສັງເກດວ່າ ການເສີມຂະຫຍາຍບົດບາດຂອງຖັນແຖວຜູ້ມີອິດທິພົນຊື່ສຽງໃນເຂດພໍ່ແມ່ ປະຊາຊົນຊົນເຜົ່າສ່ວນໜ້ອຍປະກອບສ່ວນສໍາຄັນເຂົ້າໃນວຽກງານຮັກສາ ສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມ ປອດໄພໃນສັງຄົມ, ປົກປັກຮັກສາອະທິປະໄຕຊາຍແດນແຫ່ງຊາດ, ແລະກໍ່ ສ້າງ, ປັບປຸງນໍ້າໃຈມິດຕະພາບທີ່ເປັນມູນເຊື້ອແບບພິເສດຫວຽດນາມ-ລາວ.

ສິ້ນສຸດການຝຶກອົບຮົມ, ຜູ້ມີອິດທິພົນຊື່ສຽງ ຈະກັບຄືນບ້ານເມືອງ ແລະສືບຕໍ່ເປັນ “ຂົວຕໍ່” ເພີ່ມພູນຄູນສ້າງນໍ້າໃຈສາມັກຄີຫວຽດນາມ-ລາວ ນັບມື້້ນັບໝັ້ນແກ່ນ.

ໂດຍ: ໄຊຊະນະ