ງານບຸນຊາສາກົນ: ໂຄສະນາເຄື່ອງໝາຍຊາ ຫວຽດນາມ, ຊຸກຍູ້ການຮ່ວມມືທົ່ວໂລກ
ດ້ວຍຫົວຂໍ້ “ແຫ່ງເຊື່ອມຕໍ່ສິ່ງຍອດຍິ່ງຊາຂອງມວນມະນຸດ”, ງານບຸນນີ້ໄດ້ຈັດຂຶ້ນເປັນຄັ້ງທຳອິດຢູ່ຫວຽດນາມ ແຕ່ວັນທີ 5 - 7 ທັນວາ, ຢູ່ເຂດດ່າຫຼາດ, ບາວລົກ ແລະບັນດາເຂດປູກຊາດີເດັ່ນຂອງແຂວງ ເລິມດົ່ງ.
    |
 |
|
ທ່ານ ບຸຍແທັງເຊີນ, ຮອງນາຍົກລັດຖະມົນຕີ ກ່າວຄຳເຫັນທີ່ງານບຸນ. ພາບ: vov.vn |
ຕອນຄ່ຳວັນທີ 5 ທັນວາ, ຢູ່ແຂວງເລິມດົ່ງ, ງານບຸນຊາສາກົນ 2025 ໄດ້ໄຂຂຶ້ນຢ່າງເປັນທາງການ. ເຂົ້າຮ່ວມງານບຸນມີທ່ານນາງ ຫງວຽນທິກິມເງິນ, ອະດີດປະທານສະພາແຫງ່ຊາດຫວຽດນາມ; ທ່ານ ບຸຍແທັງເຊີນ, ຮອງນາຍົກລັດຖະມົນຕີ; ການນຳບັນດາກະຊວງ, ຄະນະ, ຂະແໜງການ, ແຂວງ, ນະຄອນ; ເອກອັກຄະລັດຖະທູດຂອງ 40 ປະເທດ; ຜູ້ຕາງໜ້າ UNESCO, ອົງການຈັດຕັ້ງສາກົນ…
ດ້ວຍຫົວຂໍ້ “ແຫ່ງເຊື່ອມຕໍ່ສິ່ງຍອດຍິ່ງຊາຂອງມວນມະນຸດ”, ງານບຸນນີ້ໄດ້ຈັດຂຶ້ນເປັນຄັ້ງທຳອິດຢູ່ຫວຽດນາມ ແຕ່ວັນທີ 5 - 7 ທັນວາ, ຢູ່ເຂດ ດ່າຫຼາດ, ບາວລົກ ແລະບັນດາເຂດປູກຊາດີເດັ່ນຂອງແຂວງເລິມດົ່ງ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ບຸຍແທັງເຊີນ ເນັ້ນໜັກວ່າ ງານບຸນຊາສາກົນໄດ້ປະກອບສ່ວນໂຄສະນາເຄື່ອງໝາຍການຄ້າຊາຫວຽດນາມ, ຊຸກຍູ້ການຮ່ວມມືທົ່ວໂລກ.
“ເພື່ອໃຫ້ຂະແໜງຊາ ຫວຽດນາມ ພັດທະນານັບມື້ນັບຍືນຍົງຕາມທິດສີຂຽວ, ສະອາດ, ມີຄຸນນະພາບສູງ, ຂ້າພະເຈົ້າສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ໃນນັ້ນ ມີແຂວງ ເລິມດົ່ງ ສືບຕໍ່ສ້າງໂຄງປະກອບຂະແໜງຊາຄືນໃໝ່, ປະຕິບັດແຜນຮ່າງພັດທະນາຕົ້ນໄມ້ອຸດສາຫະກຳຫຼັກຮອດປີ 2030. ໃນນັ້ນມີຕົ້ນຊາ, ມຸ່ງໄປເຖິງການຜະລິດທີ່ມີຂອບຂະໜາດໃຫຍ່, ເຊື່ອມຕໍ່ຕາມລະບົບມູນຄ່າເພີ່ມ, ນຳໃຊ້ເຕັກໂນໂລຊີສູງຕິດພັນກັບວັດທະນະທຳ, ການທ່ອງທ່ຽວ ແລະການບໍລິການ”.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ