ເຂົ້າຮ່ວມຄະນະປະຕິບັດງານມີທ່ານພົນໂທ ຫງວຽນວັນຮ່ຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານພົນໂທ ຟ້າມເຈື່ອງເຊີນ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ; ທ່ານພົນຕີ ຕ່າວດຶກທັ໊ງ, ປະທານທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel).

leftcenterrightdel
ທ່ານພົນໂທ ເລຮຸຍວິງ ກວດກາຢູ່ກອງພັນ 77, ກອງພັນໃຫຍ່ 257, ກອງພົນ 361. ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ. ພາບ: qdnd.vn

ໃນການກວດກາໂດຍກົງ ແລະລະດົມກໍາລັງໃຈທະຫານປະຕິບັດໜ້າທີ່ເວນຍາມ ແລະຝຶກແອບກຽມພ້ອມສູ້ຮົບ, ທ່ານພົນໂທ ເລຮຸຍວິງ ໄດ້ຕີລາຄາສູງຕໍ່ຄວາມຮັບຜິດຊອບ, ຄວາມຮູ້ ແລະຄວາມສາມາດກຽມພ້ອມສູ້ຮົບຂອງກອງພັນ 77. ພິເສດ, ກົມກອງໄດ້ຝຶກແອບ, ເຄື່ອນໄຫວ, ຂຸດຄົ້ນເປັນເຈົ້າຂອງບັນດາປະກອບຍຸດໂທປະກອນໃໝ່ທີ່ໄດ້ກຸ່ມບໍລິສັດ Viettel ຄົ້ນຄວ້າ, ດັດແປງ, ຜະລິດ, ມອບ-ຮັບໃຫ້ກົມກອງ, ປະກອບສ່ວນຍົກສູງກໍາລັງແຮງ, ຄວາມສາມາດໃນການກຽມພ້ອມສູ້ຮົບໃນທຸກກໍລະນີ, ປົກປັກຮັກສາເຂດນ່ານຟ້າຂອງປະເທດຢ່າງໝັ້້ນຄົງ.

ເພື່ອຮັບປະກັນການຂຸດຄົ້ນຍຸດໂທປະກອນມີປະສິດທິຜົນ, ທ່ານພົນໂທ ເລຮຸຍວິງ ຮຽກຮ້ອງໃຫ້ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ສ້າງແຜນການ ແລະຈັດຕັ້ງການຝຶກແອບຍົກສູງຄວາມຮູ້ໃນການຂຸດຄົ້ນນໍາໃຊ້, ເປັນເຈົ້າຂອງລັກສະນະຜະລິດຕະພັນ; ເຮັດດີວຽກງານຄຸ້ມຄອງ, ບຳລຸງຮັກສາຍຸດໂທປະກອນ, ຮັບປະກັນຄວາມປອດໄພບັນດາຕົວເລກເຕັກນິກ, ຍົກສູງຄວາມສາມາດໃນການສູ້ຮົບ; ວິວັດການຝຶກແອບຮັບປະກັນຄວາມປອດໄພກ່ຽວກັບຄົນ ແລະຍຸດໂທປະກອນຢ່າງເດັດຂາດ.

ໂດຍ: ໄຊນີດາ