ລາຍຮັບງົບປະມານຂອງ ກວ໋າງນິງ ໃນປີ 2025 ຄາດວ່າລື່ນກາຍ 43%
ໂດຍປະຕິບັດຫົວຂໍ້ປີ 2025 “ ບຸກທະລຸໃນການພັດທະນາເສດຖະກິດ, ສ້າງທ່ວງທ່າໃຫ້ແກ່ອາຍຸການໃໝ່” ທັງລະບົບການເມືອງຂອງແຂວງ ກວ໋າງນິງ ໄດ້ເລີ່ມລົງມືເຂົ້າໃນການປະຕິບັດບັນດາໜ້າທີ່, ພິເສດແມ່ນໜ້າທີ່ກັບລາຍຮັບງົບປະມານທ້ອງຖິ່ນ.
ປີ 2025, ແຂວງ ກວ໋າງນິງ ໄດ້ວາງເປົ້າໝາຍການເຕີບໂຕຢູ່ລະດັບສອງຕົວເລກ, ລາຍຮັບງົບປະມານກວ່າ 57.300 ຕື້ດົ່ງ. ເຖິງຢ່າງໃດກໍຕາມ, ແຂວງກວ໋າງນິງ ໄດ້ບັນລຸລະດັບລື່ນກາຍຫຼາຍເມື່ອທຽບໃສ່ກັບແຜນການ, ຄາດວ່າ ການເຕີບໂຕເສດຖະກິດຂອງແຂວງກວ໋າງນິງ ໃນທັງປີ 2025 ຈະບັນລຸລະດັບ 14% ແລະ ລາຍຮັບງົບປະມານຄາດວ່າຈະບັນລຸ 82.235 ຕື້ດົ່ງ, ເພີ່ມຂຶ້ນ 43% ເມື່ອທຽບໃສ່ກັບເປົ້າໝາຍ.
    |
 |
|
ພື້ນຖານໂຄງລ່າງຢູ່ ແຂວງກວ໋າງນິງ. ພາບ: vov.vn |
ໂດຍປະຕິບັດຫົວຂໍ້ປີ 2025 "ບຸກທະລຸໃນການພັດທະນາເສດຖະກິດ, ສ້າງທ່ວງທ່າໃຫ້ແກ່ອາຍຸການໃໝ່" ທັງລະບົບການເມືອງຂອງແຂວງ ໄດ້ເລີ່ມລົງມືເຂົ້າໃນການປະຕິບັດບັນດາໜ້າທີ່, ພິເສດແມ່ນໜ້າທີ່ກັບລາຍຮັບງົບປະມານທ້ອງຖິ່ນ. ນັບແຕ່ເດືອນກໍລະກົດ 2025, ພາຍຫຼັງປະຕິບັດສຳເລັດການສັບຊ້ອນກົງຈັກລັດ, ໂຮມບັນດາຫົວໜ່ວຍປົກຄອງຕາມຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ, ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ ໄດ້ເພີ່ມທະວີການຜັນຂະຫຍາຍໜ້າທີ່, ວິທີການພັດທະນາເສດຖະກິດ-ສັງຄົມ ໃນ 6 ເດືອນທ້າຍປີ 2025.
ແຂວງ ໄດ້ນຳພາປະຕິບັດບັນດາມາດຕະການບໍລິຫານເສດຖະກິດໃນບັນດາຂົງເຂດຢ່າງຮອບດ້ານ, ແກ້ໄຂຂໍ້ຂັດແຍ້ງ, ຂໍ້ຕິດຂັດກ່ຽວກັບການບຸກເບີກໜ້າພຽງໃຫ້ແກ່ຫຼາຍໂຄງການຈຸດສຸມ, ສົ່ງເສີມບັນດານັກລົງທຶນທີ່ມີຄວາມສາມາດບົ່ມຊ້ອນເຂົ້າບັນດາເຂດອຸດສາຫະກຳ… ກວ໋າງນິງ ກໍ່ໄດ້ສ້າງທຸກເງື່ອນໄຂສະດວກທີ່ສຸດ, ຕັ້ງໜ້າໜູນຊ່ວຍ, ຮ່ວມເດີນທາງພ້ອມກັບວິສາຫະກິດ, ນຳບັນດາໂຄງການ, ກິດຈະກຳ ແລະການເຄື່ອນໄຫວ, ເປັນຕົ້ນແມ່ນບັນດາໂຮງງານປຸງແຕ່ງ, ປະດິດແຕ່ງ.
ແຫຼ່ງຄັດຈາກ vovworld.vn