leftcenterrightdel
ລາຍການສະແດງສິລະປະຂອງກອງສິລະປະແຂວງ Mondulkiri, ກໍາປູເຈຍ. ພາບ: qdnd.vn
leftcenterrightdel
ລາຍການສະແດງສິລະປະຂອງກອງຟ້ອນລຳພື້ນເມືອງແຂວງດັກລັກ. ພາບ: qdnd.vn

ເຂົ້າຮ່ວມລາຍການມີຜູ້ຕາງໜ້າການນໍາບັນດາອົງການ, ກົມກອງ, ທ້ອງຖິ່ນຂອງແຂວງດັກລັກ ແລະແຂວງ Mondulkiri, ປະຊາຊົນເມືອງ Ea Súp ເປັນຈໍານວນຫຼວງຫຼາຍອີກດ້ວຍ.

ບັນດາລາຍການຍ້ອງຍໍສັນລະເສີນກ່ຽວກັບນໍ້າໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານອັນດີງາມລະຫວ່າງຫວຽດນາມ ແລະກໍາປູເຈຍ; ຄວາມສາມັກຄີ, ມິດຕະພາບລະຫວ່າງສອງແຂວງດັກລັກ ແລະແຂວງ Mondulkiri. ພ້ອມທັງ, ບັນດາລາຍການກໍ່ໂຄສະນາເຜີຍແຜ່ວັດທະນະທໍາ, ສິລະປະຂອງສອງປະເທດເວົ້າລວມ ແລະຂອງສອງແຂວງດັກລັກ ແລະແຂວງ Mondulkiri ເວົ້າສະເພາະເຖິງຜູ້ຊົມ.

leftcenterrightdel
ລາຍການສະແດງສິລະປະຂອງກອງສິລະປະກອງບັນຊາການທະຫານຊາຍແດນແຂວງດັກລັກ. ພາບ: qdnd.vn

ກ່າວຄໍາເຫັນທີ່ລາຍການ, ທ່ານ ເຈືອງກົງທ໊າຍ ຮອງປະທານຄະນະກໍາມະການປະຊາຊົນແຂວງດັກລັກ ເນັ້ນໜັກວ່າ ແຂວງດັກລັກ ແລະແຂວງ Mondulkiri ມີເສັ້ນຊາຍແດນລວມ, ສະໜິດຕິດພັນກ່ຽວກັບພູມສາດ, ວັດທະນະທໍາ, ເສດຖະກິດ. ໃນຕະຫຼອດໄລຍະຜ່ານມາ, ອໍານາດການປົກຄອງ ແລະປະຊາຊົນສອງແຂວງ ໄດ້ຍາມໃດກໍ່ສາມັກຄີ, ຮ່ວມມື, ໜູນຊ່ວຍເຊິ່ງກັນ ແລະກັນໃນການພັດທະນາເສດຖະກິດ, ຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ, ກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ.

leftcenterrightdel
ຕາງໜ້າການນໍາບັນດາຫົວໜ່ວຍ ມອບດອກໄມ້ອວຍພອນນັກສິລະປະ, ນັກສະແດງທີ່ລາຍການ. ພາບ: qdnd.vn

ສ່ວນທ່ານ Sok Ty Khea Vut, ຫົວໜ້າພະແນກວັດທະນະທໍາ ແລະສີລະປະແຂວງ Mondulkiri ກໍ່ຢືນຢັນວ່າ ລາຍການພົບປະແລກປ່ຽນມິດຕະພາບ “​​ເຕັມ​ໄປ​ດ້ວຍ​ໄມ​ຕີ​ຈິດຊາຍແດນ” ແມ່ນໂອກາດເພື່ອໃຫ້ພວກເຮົາຫວນຄືນໄລຍະທາງຜ່ານມາ, ເພື່ອໃຫ້ປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນລຸ້ນໜຸ່ມສອງປະເທດ, ຮັບຮູ້ຢ່າງເລິກເຊິ່ງ ແລະມີຄວາມຮັບຜິດຊອບກວ່າອີກໃນການຮັກສາ ແລະເພີ່ມພູນຄູນສ້າງຄຸນຄ່າອັນດີງາມຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄວາມສາມັກຄີລະຫວ່າງສອງຊາດຢ່າງບໍ່ຢຸດຢັ້ງ. ເຊີດຊູ ແລະຍ້ອງຍໍສັນລະເສີນການພົວພັນລະຫວ່າງສອງແຂວງດັກລັກ ແລະ Mondulkiri ສືບຕໍ່ສາມັກຄີ, ສະໜິດຕິດພັນ ແລະພັດທະນາ.

ໂດຍ: ໄຊນີດາ