ງານວາງສະແດງຮູບພາບ, ເອກະສານ “ຈາກສັນຍາປາຣີ ເຖິງມະຫາໄຊລະດູບານໃໝ່ 1975”
ກປ.ອອນໄລ - ວັນທີ 24 ເມສາ, ຫໍພິພິທະພັນຮ່ອງຮອຍສົງຄາມ ໄດ້ເປີດງານວາງສະແດງຮູບພາບ, ເອກະສານດ້ວຍຫົວຂໍ້ “ຈາກສັນຍາປາຣີ ເຖິງ ມະຫາໄຊລະດູບານໃໝ່ 1975”.
    |
 |
ຜູ້ແທນຢ້ຽມຊົມງານວາງສະແດງຮູບພາບ, ເອກະສານ “ຈາກສັນຍາປາຣີ ເຖິງ ມະຫາໄຊລະດູບານໃໝ່ 1975”. ພາບ: ທືເລ |
ດ້ວຍວັດຖຸພັນ, ຮູບພາບ, ເອກະສານ 140 ຢ່າງ ໄດ້ວາງສະແດງຕາມ 3 ເນື້ອໃນຈຸດສຸມ, ຄື: ສັນຍາປາຣີ ກ່ຽວກັບການຢຸດຕິສົງຄາມ, ສ້າງສັນຕິພາບຄືນໃໝ່ຢູ່ຫວຽດນາມ; ມະຫາໄຊລະດູບານໃໝ່ 1975; ສັນຕິພາບ. ງານວາງສະແດງໄດ້ແນະນໍາໃຫ້ມະຫາຊົນກ່ຽວກັບມຸມມອງທີ່ຈິງໃຈ ແລະມີຊີວິດຊີວາກ່ຽວກັບການຕໍ່ສູ້ຢ່າງອົງອາດກ້າແກ່ນຂອງທະຫານ ແລະປະຊາຊົນຫວຽດນາມ ທັງທາງດ້ານການຕ່າງປະເທດ, ການເມືອງ ແລະການທະຫານ, ປະກອບສ່ວນສ້າງເປັນມະຫາໄຊລະດູບານໃໝ່ 1975. ງານວາງສະແດງກໍ່ວາດພາບໃຫ້ເຫັນຄວາມຜາສຸກເມື່ອພາກໃຕ້ຫວຽດນາມ ໄດ້ຮັບການປົດປ່ອຍ, ປະຊາຊົນໄດ້ດໍາລົງຊີວິດໃນສັນຕິພາບຢ່າງແທ້ຈິງ. ທີ່ພິທີເປີດ, ຫໍພິພິທະພັນຮ່ອງຮອຍສົງຄາມ ໄດ້ຮັບວັດຖຸພັນຫຼາຍຢ່າງໂດຍປະຊາຊົນມອບໃຫ້.
ງານວາງສະແດງຈະດໍາເນີນມາຮອດເດືອນ ສິງຫາ 2025 ຈຶ່ງອັດລົງ.
ໂດຍ: ໄຊນີດາ