ເຊີດຊູລັດທິຫຼາຍຝ່າຍໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
ກປ.ອອນໄລ - ຕອນຄໍ່າວັນທີ 23 ເມສາ, ຕາມເວລາຮ່າໂນ້ຍ, ໂດຍໄດ້ຮັບຄຳເຊີນຂອງທ່ານ Antonio Guterres ເລຂາທິການໃຫຍ່ສະຫະປະຊາຊາດ ແລະທ່ານ Luiz Inácio Lula da Silva ປະທານາທິບໍດີບຣາຊິນ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດທາງອອນລາຍ ກ່ຽວກັບການກະທໍາດິນຟ້າອາກາດໃນຖານະທີ່ເປັນຜູ້ນຳປະເທດນຳໜ້າໃນການຜັນຂະຫຍາຍການພົວພັນຄູ່ຮ່ວມມືກ່ຽວກັບການຫັນເປັນພະລັງງານຢ່າງຍຸດຕິທຳ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມມິງຈິ໊ງ ຮຽກຮ້ອງໃຫ້ທຸກປະເທດສາມັກຄີ, ຮ່ວມມື, ເຊີດຊູລັດທິຫຼາຍຝ່າຍ, ຮັບປະກັນຄວາມຍຸຕິທຳ, ຮ່ວມແຮງຮ່ວມໃຈພ້ອມກັນກະທໍາດ້ວຍກົນໄກຮ່ວມມືລະອຽດ, ແທດຈິງ, ມີຄວາມສາມາດເປັນໄປໄດ້, ເຮັດໃຫ້ແຫຼ່ງກຳລັງເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃຫ້ທະລຸລ່ວງ ແລະພັດທະນາແບບຍືນຍົງ.
ທ່ານ ຟ້າມມິງຈິ໊ງ ຖືວ່າ ການຫັນເປັນສີຂຽວແມ່ນທ່າອ່ຽງທີ່ບໍ່ສາມາດຫຼີກລ່ຽງໄດ້, ເປັນການເລືອກເຟັ້ນຍຸດທະສາດ, ກຳລັງໜູນບຸກທະລຸ ແລະບຸລິມະສິດແຖວໜ້າ, ຖືມະນຸດເປັນໃຈກາງ ເພື່ອຊຸກຍູ້ການພັດທະນາຢ່າງວ່ອງໄວ ແລະຍືນຍົງໃນໄລຍະຈະມາເຖິງ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມສຸດຍອດທາງອອນລາຍ ກ່ຽວກັບການກະທໍາດິນຟ້າອາກາດ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ພວມມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອປັບປຸງລະບອບລະບຽບການ, ກົນໄກ, ນະໂຍບາຍ, ກອບນິຕິກໍາທີ່ຈຳເປັນໃຫ້ການຫັນເປັນຂຽວຢ່າງສົມບູນແບບ, ລວມມີແຜນຜັງແຫ່ງຊາດ, ແຜນສັງລວມພະລັງງານ, ຍຸດທະສາດ, ແຜນການພັດທະນາບັນດາຂະແໜງການປາຍແຫຼມ, ເອກະສານແກ້ໄຂຄວາມຫຍຸ້ງຍາກດ້ວຍກົນໄກໃໝ່, ບຸກທະລຸໃນຂົງເຂດພະລັງງານ, ກໍຄືແຜນຮ່າງໜູນຊ່ວຍໃຫ້ແຂດຕ່າງໆທີ່ຖືກສ່ຽງໄພ ແລະປະຊາຊົນຢູ່ເຂດທີ່ຖືກຜົນຮ້າຍຢ້ອນຫຼັງຈາກການປ່ຽນແປງຂອງດິນຟ້າອກາດ.
ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາຄູ່ຮ່ວມມືສາກົນສຸມໃສ່ໜູນຊ່ວຍຫວຽດນາມ ດ້ານການເງິນ, ແບ່ງປັນເຕັກໂນໂລຢີສູງ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ປັບປຸງລະບອບລະບຽບການ, ການຄຸ້ມຄອງສີຂຽວໃຫ້ສົມບູນແບບ ເພື່ອປະຕິບັດບັນດາຄຳໝັ້ນສັນຍາທີ່ວາງອອກຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການຫັນບັນດາເປົ້າໝາຍຂອງສັນຍາປາຣີ ໃຫ້ປະກົດຜົນເປັນຈິງ.
ໂດຍ: ທູຈາງ