leftcenterrightdel
ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ໂອ້ລົມທາງໂທລະສັບກັບທ່ານ Jamieson L.Greer. ພາບ: MOIT

ໃນການໂອ້ລົມທາງໂທລະສັບ, ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ, ຫົວໜ້າຄະນະເຈລະຈາລັດຖະບານຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເຈລະຈາແກ້ໄຂບັນດາບັນຫາທີ່ ອາເມລິກາ ມີຄວາມສົນໃຈ, ພ້ອມກັບ ອາເມລິກາ ຊອກຫາມາດຕະການທີ່ເໝາະສົມເພື່ອຕ່າງຝ່າຍຕ່າງມີຜົນປະໂຫຍດ, ດ້ວຍຈິດໃຈຜົນປະໂຫຍດກົມກຽວ, ຄວາມສ່ຽງແບ່ງປັນ.

ສ່ວນທ່ານ Jamieson L.Greer ຫົວໜ້າຜູ້ຕາງໜ້າທາງດ້ານການຄ້າ ອາເມລິກາ ຕີລາຄາສູງເລື່ອງສອງປະເທດເຫັນດີເຈລະຈາຂໍ້ຕົກລົງດ້ານການຄ້າສອງຝ່າຍ; ສະແດງຄວາມເຊື່ອໝັ້ນວ່າ ສອງຝ່າຍຈະບັນລຸໄດ້ມາດຕະການທີ່ເໝາະສົມ, ຊຸກຍູ້ການພົວພັນດ້ານເສດຖະກິດ - ການຄ້າເປັນປົກກະຕິ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ.

ສິ້ນສຸດການເຮັດວຽກ, ຫົວໜ້າເຈລະຈາສອງທ່ານກໍເຫັນດີເປັນເອກະພາບຈະຮັກສາການພົວພັນແລກປ່ຽນລະຫວ່າງຫົວໜ້າຄະນະເຈລະຈາ ແລະຂັ້ນເຕັກນິກວິຊາການເປັນປະຈຳ ເພື່ອຍູ້ວິວັດທະນາການເຈລະຈາສຳລັບແຕ່ລະບັນຫາລະອຽດໂດຍໄວ.

ໂດຍ: ກວຽດເຕິມ