ສື່ມວນຊົນສາກົນເຊີຍຊູສານຂອງຫວຽດນາມ ກ່ຽວກັບການກໍ່ສ້າງອະນາຄົດສັນຕິພາບ
ກປ.ອອນໄລ - ສື່ມວນຊົນສາກົນລ້ວນແຕ່ມີບົດຂຽນກ່ຽວກັບຮູບພາບພິທີສວນສະໜາມ, ເດີນຂະບວນຂອງຫວຽດນາມ.
ວັນທີ 30 ເມສາ, ສື່ມວນຊົນໃຫຍ່ໃນໂລກ, ພ້ອມດ້ວຍຫຼາຍເວັບໄຊເອເລັກໂຕນິກຂອງບັນດາປະເທດ, ຄື South China Morning Post ຂອງຈີນ, channelnewsasia.com ຂອງສິງກະໂປ, abc.net.au ຂອງອົດສະຕາລີ ມີຫຼາຍບົດຂຽນ ແລະຮູບພາບພົ້ນເດັ່ນກ່ຽວກັບພິທີສວນສະໜາມ, ເດີນຂະບວນ 50 ປີແຫ່ງວັນປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ (30/04/1975 – 30/04/2025) ທີ່ນະຄອນໂຮ່ຈີມິນ.
ສື່ມວນຊົນສາກົນລ້ວນແຕ່ມີບົດຂຽນກ່ຽວກັບຮູບພາບພິທີສວນສະໜາມ, ເດີນຂະບວນ, ພ້ອມມີບົດຂຽນເຊີດຊູສານຂອງຫວຽດນາມ ທີ່ປາດຖະໜາຢາກພ້ອມກັບປະຊາຄົມສາກົນກໍ່ສ້າງອະນາຄົດສັນຕິພາບ, ຈະເລີນຮັ່ງມີ, ສາມັກຄີ, ພັດທະນາ.
ສໍານັກຂ່າວສານ Associated Press (AP, ອາເມລິກາ) ຄັດສະເໜີບົດກ່າວປາໄສຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ທີ່ພິທີສະເຫຼີມສະຫຼອງ, ໃນນັ້ນ ເນັ້ນໜັກແຜນນະໂຍບາຍຂອງຫວຽດນາມ ແມ່ນ “ອັດຄືນອະດີດ, ເຄົາລົບຄວາມແຕກຕ່າງ”. ໃນຂະນະນັ້ນ, ສໍານັກຂ່າວສານ AFP (ຝະລັ່ງ) ມີບົດຂຽນກ່ຽວກັບພິທີສວນສະໜາມ, ເດີນຂະບວນ. ທັງ AP ແລະ AFP ລ້ວນແຕ່ຮັບຮູ້ສານຂອງຫວຽດນາມ ກ່ຽວກັບການພ້ອມກັບປະຊາຄົມສາກົນກໍ່ສ້າງອະນາຄົດສັນຕິພາບ.
ໃນບົດຂຽນ “ໄຊຊະນະຂອງຍຸຕິທຳຕໍ່ກຳລັງອຳນາດບາດໃຫຍ່”, ສໍານັກຂ່າວສານ Reuters (ອັງກິດ) ໄດ້ພັນລະນາບັນຍາກາດທີ່ເອກອ້າງ ທະນົງໃຈ ແລະສະເທືອນໃຈທີ່ນະຄອນໂຮ່ຈີມິນ ໃນພິທີສະເຫຼີມສະຫຼອງຂອງທົ່ວຊົນຊາດ.
ເກືອບໝົດບົດຂຽນລ້ວນແຕ່ຊໍ້າຄືນວັນທີ 30 ເມສາ 1975 ແມ່ນຂີດໝາຍສໍາຄັນ, ຂີດໝາຍຂອງການສິ້ນສຸດການສົງຄາມທີ່ແກ່ຍາວເປັນ 2 ທົດສະວັດ, ເປີດອອກສັງກາດໃໝ່ໃຫ້ປະຫວັດສາດຊາດ.
ໂດຍ: ໄຊນີດາ