ນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງຍູ້ໄວການຜັນຂະຫຍາຍບັນດາໂຄງການເສັ້ນທາງລົດໄຟ
ຕອນເຊົ້າວັນທີ 26 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳບັນດາກິດຈະກຳຈຸດສຸມ, ໂຄງການສຳຄັນລະດັບຊາດໃນຂົງເຂດເສັ້ນທາງລົດໄຟ ເປັນປະທານກອງປະຊຸມຄັ້ງທີ 2 ຂອງຄະນະຊີ້ນຳ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: vov.vn |
ເມື່ອກ່າວເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ໄລຍະຜ່ານມາ, ລັດຖະບານຫວຽດນາມ ໄດ້ມີການເຂົ້າຮ່ວມຢ່າງຕັ້ງໜ້າ ເພື່ອຜັນຂະຫຍາຍບັນດາໂຄງການໃຫຍ່ ແລະເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກໃນການຜັນະຂະຫຍາຍບັນດາໂຄງການເສັ້ນທາງລົດໄຟ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: “ໂຄງການເສັ້ນທາງລົດໄຟໄປຜ່ານແຂວງໃດ ແຂວງນັ້ນຕ້ອງບຸກເບີກໜ້າພຽງ, ແຂວງນັ້ນຕ້ອງກໍ່ສ້າງ ແລະຂຸດຄົ້ນສະຖານີລົດໄຟ. ເສີມຂະຫຍາຍນ້ຳໃຈເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງບັນດາທ້ອງຖິ່ນ. ບັນດາກະຊວງຂະແໜງການພຽງແຕ່ຮັບຜິດຊອບວຽກງານກ່ຽວຂ້ອງເຖິງການຄຸ້ມຄອງລັດ. ໄລຍະຜ່ານມາ, ລັດຖະບານໄດ້ມອບໃຫ້ບັນດາແຂວງ, ນະຄອນເທື່ອລະກ້າວແລ້ວ, ຂ້າພະເຈົ້າ ເຫັນວ່າພວມປະຕິບັດໄດ້ເປັນຢ່າງດີ”.
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: vov.vn |
ທ່ານນາຍົກລັດຖະມົນຕີ ກໍຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນເພີ່ມທະວີການໝູນໃຊ້ວິທະຍາສາດເຕັກໂນໂລຢີ, ຍົກສູງຄຸນນະພາບ ແລະປະສິດທິຜົນການເຄື່ອນໄຫວ, ໝູນໃຊ້ເຕັກໂນໂລຢີທີ່ທັນສະໄໝເຂົ້າໃນການກໍ່ສ້າງຄຸ້ມຄອງ, ຂຸດຄົ້ນເສັ້ນທາງລົດໄຟ; ບຳລຸງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງເພື່ອນຳລະບົບເສັ້ນທາງລົດໄຟທັນສະໄໝເຂົ້າໃຊ້ງານ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ