ສະຫະລັດອາເມລິກາ ມອບສົ່ງ 10 ວັດຖຸທີ່ລະນຶກໃນສົງຄາມ
ກປ.ອອນໄລ - ວັນທີ 17 ເມສາ, ຄະນະຊີ້ນໍາ 515 ທະຫານເຂດ 7 ໄດ້ຈັດຕັ້ງກອງປະຊຸມມອບ-ຮັບວັດຖຸທີ່ລະນຶກໃນສົງຄາມໃຫ້ແກ່ບັນດານັກຮົບເກົ່າ, ຍາດຕິພີ່ນ້ອງນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ໂດຍຝ່າຍອາເມລິກາ ມອບໃຫ້.
ເຂົ້າຮ່ວມກອງປະຊຸມມີ: ພັນເອກພິເສດ ໄທແທ່ງດຶກ, ຮອງຫົວໜ້າຫ້ອງການເມືອງທະຫານເຂດ 7, ຮອງຫົວໜ້າຄະນະຊີ້ນໍາ 515 ທະຫານເຂດ 7; ທ່ານ Marc E. Knapper, ເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ; ທ່ານນາງ Susan Burns, ຫົວໜ້າສະຖານກົງສູນໃຫຍ່ສະຫະລັດອາເມລິກາ ປະຈຳນະຄອນໂຮ່ຈີມິນ; ຜູ້ຕາງໜ້າການນໍາກົມນະໂຍບາຍ-ສັງຄົມ (ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ), ກົມພົວພັນຕ່າງປະເທດ (ກະຊວງປ້ອງກັນປະເທດຫວຽດນາມ), ກອງບັນຊາການທະຫານບາງທ້ອງຖິ່ນໃນບໍລິເວນທະຫານເຂດ 7.
    |
 |
ທ່ານ Marc E. Knapper ໄດ້ມອບວັດຖຸທີ່ລະນຶກໃຫ້ບັນດານັກຮົບເກົ່າ, ຍາດຕິພີ່ນ້ອງຂອງນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ. ພາບ: qdnd.vn |
10 ວັດຖຸທີ່ລະນຶກທີ່ຝ່າຍອາເມລິກາ ມອບໃຫ້ໃນຄັ້ງນີ້ແມ່ນໃບຍ້ອງຍໍ, ບັນທຶກປະຈຳວັນໃນສົງຄາມ ແລະປຶ້ມບັນທຶກຂອງນັກຮົບເກົ່າ: ໂຮ່ວັນຣັງ, ຫງຽມຊີໄທ, ເວືອງວັນເລ້ ແລະນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ: ຫງວຽນທິຣໍ, ເຢືອງທີ, ຫງວຽນເຟືອກຈີ້ງ, ຫງວຽນວັນດ໋າວ, ຫງວຽນທິເມນ, ເຢືອງງອກບຶວ, ເລເຕີນດຶກ. ນີ້ແມ່ນວັດຖຸພັນທີ່ນັກຮົບເກົ່າອາເມລິກາ ເອົາໄປພາຍຫຼັງການຕໍ່ສູ້ກັບກອງທັບປົດປ່ອຍໃນສະໜາມຮົບ ແລະນຳກັບຄືນປະເທດ. ຫວ່າງມໍ່ໆນີ້, ບັນດາອົງການທີ່ກ່ຽວຂ້ອງຂອງອາເມລິກາ ສົມທົບກັບບັນດາກົມກອງທີ່ກ່ຽວຂ້ອງຂອງຫວຽດນາມ ໄດ້ກວດສອບຂໍ້ມູນຂອງເຈົ້າຂອງເພື່ອປະຕິບັດການມອບໃຫ້ຕາມຂໍ້ຕົກລົງທີ່ສອງປະເທດ ໄດ້ລົງນາມ.
ໂດຍ: ຈາງຫງວຽນ