leftcenterrightdel
ຄະນະບັນດາອົງການຜູ້ຕາງໜ້າຫວຽດນາມ ປະຈຳ ນິວຢອກ ໄປອວຍພອນບັນດາຄະນະຜູ້ຕາງໜ້າຂອງລາວ. ພາບ: vov.vn

ເມື່ອເຂົ້າຢ້ຽມຢາມສຳນັກງານຄະນະຜູ້ຕາງໜ້າລາວ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ຢັ້ງຢືນວ່າ ຄະນະຜູ້ຕາງໜ້າຫວຽດນາມ ຈະສືບຕໍ່ສົມທົບກັບຄະນະຜູ້ຕາງໜ້າລາວ ໃນໄລຍະຈະມາເຖິງ, ສະໜັບສະໜູນລາວ ປະຕິບັດບົດບາດສະມາຊິກສະພາເສດຖະກິດ - ສັງຄົມ ສປຊ (ECOSOC) ແລະສະພາບໍລິຫານງານກອງທຶນ ສປຊ ເພື່ອເດັກ (UNICEF) ໃນປີ 2025. ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າລາວ  ອະນຸພາບ ວົງນົກແກ້ວ ຕີລາຄາສູງມູນເຊື້ອຮ່ວມມືຜູກພັນ, ຄວາມໄວ້ເນື້ອເຊື່ອໃຈ ແລະສະໜັບສະໜູນເຊິ່ງກັນ ແລະກັນ ລະຫວ່າງສອງຄະນະໃນໄລຍະຜ່ານມາຢູ່ ສປຊ, ຖືກຕ້ອງຕາມເນື້ອໃນຈິດໃຈການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລາວ - ຫວຽດນາມ.

ໃນການຢ້ຽມຢາມຄະນະຜູ້ຕາງໜ້າກຳປູເຈຍ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ປາດຖະໜາວ່າຫວຽດນາມ ແລະກຳປູເຈຍ ສືບຕໍ່ເພີ່ມທະວີການຮ່ວມມື, ສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍກວ່າອີກ, ໂດຍສະເພາະແມ່ນລະຫວ່າງສອງຄະນະຜູ້ຕາງໜ້າຢູ່ ສປຊ.

ແຫຼ່ງຄັດຈາກ: vovworld.vn