leftcenterrightdel
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ:VOV

ຕອນບ່າຍວັນທີ 17 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ, ປະທານສະພາແຂ່ງຂັນ-ຍ້ອງຍໍມອບລາງວັນສູນກາງ ອາຍຸການ 2021-2026 ໄດ້ເປັນປະທານກອງປະຊຸມຄັ້ງທີ 11 ຂອງສະພາເພື່ອຕີລາຄາສະພາບການປະຕິບັດບັນດາໜ້າທີ່ໃນໄລຍະຜ່ານມາ ແລະຊຸກຍູ້ການຜັນຂະຫຍາຍບັນດາໜ້າທີ່ໃນໄລຍະຈະມາເຖິງ. ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີສືບຕໍ່ຊຸກຍູ້ບັນດາຂະບວນການແຂ່ງຂັນທີ່ມີຢູ່ແລ້ວ, ພ້ອມທັງຄົ້ນຄ້ວາປຸກລະດົມບັນດາຂະບວນການ, ເໝາະສົມກັບບັນດາໜ້າທີ່ຈຸດສຸມຕື່ມອີກ ເຊິ່ງທົ່ວປະເທດພວມສຸມໃສ່ຜັນຂະຫຍາຍ ຄື ຂະບວນການ “ທົ່ວປະເທດແຂ່ງຂັນນະວັດຕະກຳ, ຫັນເປັນດີຈີຕອນ”. ຍ້ອນວ່ານີ້ແມ່ນຂົງເຂດພວມໄດ້ຮັບຄວາມສົນໃຈທີ່ໃຫຍ່ຫຼວງຂອງປະເທດ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ ບໍ໋ພຽງແຕ່ປະຕິບັດວຽກງານຍ້ອງຍໍມອບລາງວັນໃຫ້ເປັນຢ່າງດີເທົ່ານັ້ນ ວຽກງານນີ້ຕ້ອງແຜ່ກະຈາຍບັນດາຂະບວນການ, ສ້າງແຫຼ່ງບັນດານໃຈ, ສ້າງກຳລັງໜູນເພື່ອໃຫ້ຊົນຊາດຮູ້ສຶກເອກອ້າງທະນົງໃຈ, ໝັ້ນໃຈກ້າວເຂົ້າສູ່ສັງກາດໃໝ່.

ແຫຼ່ງຄັດຈາກ: vovworld.vn