ປິດລາຍການພົບປະມິດຕະພາບຊາວໜຸ່ມ ຫວຽດນາມ-ຈີນ ຄັ້ງທີ 24
ກປ.ອອນໄລ - ຕອນຄ່ຳວັນທີ 17 ເມສານີ້, ຢູ່ນະຄອນຮ້າລອງ (ກວາງນິງ), ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ຈັດພິທີປິດລາຍການພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ຈີນ ຄັ້ງທີ 24 ປີ 2025.
ລາຍການພົບປະມິດຕະພາບຊາວໜຸ່ມຫວຽດນາມ-ຈີນ ຄັ້ງທີ 24 ໄດ້ດຳເນີນໄປດ້ວຍບັນຍາກາດທີ່ສະໜິດສະໜົມ. ໃນໄລຍະຢູ່ຫວຽດນາມ, ຄະນະຜູ້ແທນຊາວໜຸ່ມຈີນ ໄດ້ມີກິດຈະກໍາເຄື່ອນໄຫວຕ່າງໆທີ່ມີຄວາມໝາຍຢູ່ນະຄອນຫຼວງຮ່າໂນ້ຍ, ນະຄອນໂຮ່ຈີມິນ, ແຂວງນິງບິ່ງ ແລະແຂວງກວາງນິງ.
    |
 |
ຊາວໜຸ່ມ ຫວຽດນາມ-ຈີນ ສະແດງນໍ້າໃຈສາມັກຄີທີ່ພິທີປິດ. ພາບ: ດິ່ງຮຸຍ |
ໃນຂອບເຂດການພົບປະ, ໄວໜຸ່ມສອງປະເທດ ໄດ້ຫວນຄືນເລື່ອງລາວຕ່າງໆກ່ຽວກັບນໍ້າໃຈມິດຕະພາບລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ. ຊາວໜຸ່ມທັງສອງປະເທດ ໄດ້ແບ່ງປັນ, ຊອກຮູ້ກ່ຽວກັບບັນດາຮູບແບບວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມຂອງສອງປະເທດ; ແລກປ່ຽນກ່ຽວກັບທິດທາງ, ບັນດາເນື້ອໃນທີ່ລະອຽດເພື່ອແນໃສ່ຮ່ວມກັນຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນຢ່າງອົບອຸ່ນ, ສະໜິດຕິດພັນລະຫວ່າງຊາວໜຸ່ມສອງປະເທດ. ພ້ອມກັນນັ້ນ, ຂຸດຄົ້ນ “ຮ່ອງຮອຍປະຫວັດສາດ” ຂອງການປະຕິວັດຂອງສອງປະເທດຢ່າງມີປະສິດທິຜົນເພື່ອໂຄສະນາເຜີຍແຜ່, ສຶກສາອົບຮົມ, ເຮັດໃຫ້ລຸ້ນໜຸ່ມຂອງສອງປະເທດເຂົ້າໃຈຢ່າງເລິກເຊິ່ງກວ່າອີກກ່ຽວກັບໄລຍະທາງປະຕິວັດແຫ່ງການຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງ ຫວຽດນາມ-ຈີນ, ເພື່ອໃຫ້ນໍ້າໃຈມິດຕະພາບຫວຽດນາມ - ຈີນ ໄດ້ຮັບການສືບທອດຜ່ານລຸ້ນຕ່າງໆ.
ພາຍຫຼັງພິທີປິດ, ບັນດາຜູ້ແທນໄດ້ຊົມລາຍການສະແດງສິລະປະລະຫວ່າງຊາວໜຸ່ມ ຫວຽດນາມ ແລະ ຈີນ. ຜ່ານບັນດາບົດເພງ, ສຽງຮ້ອງ, ຊາວໜຸ່ມສອງປະເທດໄດ້ສະແດງຄວາມເອກອ້າງທະນົງໃຈຂອງຊາດ, ຄວາມຮັກແພງບ້ານເກີດເມືອງນອນ, ປະເທດຊາດຢ່າງເລິກເຊິ່ງ ແລະສົ່ງສານ, ໂຄສະນາເຜີຍແຜ່ຄວາມງາມທາງດ້ານວັດທະນະທຳ, ຜູ້ຄົນ, ທຳມະຊາດ... ຂອງ ຫວຽດນາມ - ຈີນ.
ໂດຍ: ຈາງຫງວຽນ