ໄຂ EXPO 2025: ຮ່ວມແຮງຮ່ວມໃຈສ້າງອະນາຄົດແບບຍືນຍົງ
ກປ.ອອນໄລ - ດ້ວຍຫົວຂໍ້ “ສ້າງສັງຄົມອະນາຄົດໃຫ້ແກ່ຊີວິດຂອງພວກເຮົາ”, EXPO 2025 ສ້າງລະດັບສະຖິຕິ ດ້ວຍການເຂົ້າຮ່ວມຂອງ 158 ປະເທດ ແລະເຂດແຄ້ວນ.
ງານວາງສະແດງໂລກ Osaka Kansai Expo 2025 (EXPO 2025) ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 12 ເມສາ, ຢູ່ເກາະ Yumeshima, Osaka, ຍີ່ປຸ່ນ. ເຫດການມີການເຂົ້າຮ່ວມຂອງພະເຈົ້າຈັກກະພັດ Naruhito ແລະພະມະເຫສີ Masako ແລະເຈົ້າໜ້າທີ່ຂັ້ນສູງ 1300 ຄົນທີ່ມາຈາກທຸກແຖບຖີ່ນໃນທົ່ວໂລກ.
    |
 |
ລາຍການເດືນຂະບວນຂອງນັກຮຽນ Osaka. ພາບ: ສໍານັກຂ່າວສານຫວຽດນາມ |
ດ້ວຍຫົວຂໍ້ “ສ້າງສັງຄົມອະນາຄົດໃຫ້ແກ່ຊີວິດຂອງພວກເຮົາ”, EXPO 2025 ສ້າງລະດັບສະຖິຕິດ້ວຍການເຂົ້າຮ່ວມຂອງ 158 ປະເທດ ແລະເຂດແຄ້ວນ. ຈຸດພົ້ນເດັ່ນຂອງພິທີໄຂແມ່ນພິທີເອົາທຸງຊາດຂອງປະເທດຕ່າງໆ ແລະພາກພື້ນເຂົ້າຮ່ວມຂຶ້ນເສົາໂດຍນັກຮຽນ Osaka ກ່ວາ 100 ເດີນຂະບວນພ້ອມກັບທຸງຊາດຂອງບັນດາປະເທດ ແລະ ເຂດແຄ້ວນ.
ກ່າວຄຳເຫັນທີ່ພິທີ, ພະເຈົ້າຈັກກະພັດ Naruhito ຫວັງວ່າ EXPO 2025 Osaka, Kansai, ຍີ່ປຸ່ນ ຈະແມ່ນໂອກາດ ເພື່ອໃຫ້ປະຊາຊົນທົ່ວໂລກບໍ່ພຽງແຕ່ເຄົາລົບການດຳລົງຊີວິດຂອງຕົນເອງເທົ່ານັ້ນ, ຫາກຍັງເຄົາລົບຊີວິດຂອງຜູ້ຢູ່ອ້ອມຂ້າງ ແລະບັນດາຮູບແບບດຳລົງຊີວິດທີ່ແຕກຕ່າງກັນໃນທຳມະຊາດອີກດ້ວຍ, ພ້ອມທັງກໍ່ພ້ອມກັນມານະພະຍາຍາມສ້າງອະນາຄົດຍືນຍົງ.
ໂດຍ: ກວຽດເຕິມ