ມີ 300 ກວ່າຄົນເຂົ້າຮ່ວມ “ຍ່າງ ເພື່ອສັນຕິພາບຂອງມວນມະນຸດ” ຢູ່ ດ່າໜັງ
ກປ.ອອນໄລ - ວັນທີ 19 ມີນາ, ໃນຂອບເຂດງານບຸນ ເຈົ້າແມ່ກວນອິນ ງຸ້ແຮ່ງເຊີນ ປີ 2025, ຄະນະກຳມະການສັນຕິພາບນະຄອນ ດ່າໜັງ ໄດ້ສົມທົບກັບຄະນະຈັດຕັ້ງງານບຸນ ແລະຄະນະກໍາມະການປະຊາຊົນເມືອງ ງຸ້ແຮ່ງເຊີນ ຈັດຕັ້ງລາຍການ “ຍ່າງ ເພື່ອສັນຕິພາບຂອງມວນມະນຸດ”.
ນີ້ແມ່ນຄັ້ງທຳອິດ ໄດ້ຈັດຕັ້ງການເຄື່ອນໄຫວນີ້ໃນຂອບເຂດງານບຸນ ເຈົ້າແມ່ກວນອິນ ເຊິ່ງ ໄດ້ດຶງດູດຜູ້ເຂົ້າຮ່ວມກວ່າ 300 ຄົນ, ໃນນັ້ນມີຊາວທ້ອງຖິ່ນ, ນັກທ່ອງທ່ຽວ ແລະນັກສຶກສາບັນດາມະຫາວິທະຍາໄລໃນບໍລິເວນນະຄອນ.
    |
 |
ຄະນະຈັດຕັ້ງ ມອບທຸງທີ່ລະນຶກໃຫ້ແກ່ບັນດາຫົວໜ່ວຍທີ່ເຂົ້າຮ່ວມ. ພາບ: qdnd.vn |
ກ່າວຄຳເຫັນທີ່ລາຍການ, ທ່ານ ເລວັນຈູງ, ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນດ່າໜັງ, ປະທານຄະນະກຳມະການສັນຕິພາບນະຄອນ ດ່າໜັງ ເນັ້ນໜັກວ່າ: ລາຍການ “ຍ່າງ ເພື່ອສັນຕິພາບຂອງມວນມະນຸດ” ບໍ່ພຽງແຕ່ແມ່ນການເຄື່ອນໄຫວກິລາເທົ່ານັ້ນ, ຫາກຍັງມີຄວາມໝາຍເລິກເຊິ່ງ, ສະແດງໃຫ້ເຫັນຄວາມຄາດຫວັງຢາກມີສັນຕິພາບ, ຄວາມສາມັກຄີລະຫວ່າງບັນດາປະເທດ ແລະການພັດທະນາແບບຍືນຍົງ ອີກດ້ວຍ.
ຕໍ່ໜ້າການຜັນແປທີ່ສັບສົນຂອງໂລກ, ສັນຕິພາບບໍ່ພຽງແຕ່ແມ່ນການບໍ່ມີສົງຄາມເທົ່ານັ້ນ ຫາກຍັງຮຽກຮ້ອງຄວາມເຄົາລົບນັບຖືສິດທິມະນຸດ, ຄວາມຍຸຕິທຳໃນສັງຄົມ ແລະການພັດທະນາແບບຍືນຍົງ. ດ້ວຍສານດັ່ງກ່າວນັ້ນ, ລາຍການ “ຍ່າງ ເພື່ອສັນຕິພາບຂອງມວນມະນຸດ” ຈຶ່ງໄດ້ຢືນຢັນຄວາມຄາດຫວັງຢາກມີສັນຕິພາບຂອງປະຊາຊົນຫວຽດນາມ, ພ້ອມທັງ ຮຽກຮ້ອງມາຍັງປະຊາຄົມໂລກຮ່ວມແຮງຮ່ວມໃຈກໍ່ສ້າງໂລກແຫ່ງສັນຕິພາບ, ມີຄວາມເມດຕາກະລຸນາ ແລະຍືນຍົງ.
    |
 |
ນັກທ່ອງທ່ຽວຕ່າງປະເທດ ເຂົ້າຮ່ວມກິດຈະກໍາຍ່າງ. ພາບ: qdnd.vn |
ລາຍການໄດ້ຮັບການຕອບສະໜອງຢ່າງຕັ້ງໜ້າຈາກບັນດາເພື່ອນມິດສາກົນ, ນັກສຶກສາຕ່າງປະເທດທີ່ພວມຮ່ຳຮຽນຢູ່ນະຄອນ ດ່າໜັງ ເປັນຈໍານວນຫຼວງຫຼາຍ. ຫຼາຍຄົນໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ເຂົ້າຮ່ວມການເຄື່ອນໄຫວທີ່ມີຄວາມໝາຍ, ປະກອບສ່ວນເຜີຍແຜ່ສານກ່ຽວກັບສັນຕິພາບ ແລະຄວາມເມດຕາກະລຸນາ.
ໂດຍ: ຈາງຫງວຽນ