ວົງເງິນການຄ້າຫວຽດນາມ-ລາວ ໃນເດືອນທຳອິດປີ 2025 ເພີ່ມຂຶ້ນ 66,5%
ກປ.ອອນໄລ - ວົງເງິນການຄ້າຫວຽດນາມ-ລາວ ໃນເດືອນມັງກອນ ປີ 2025 ໄດ້ຂະຫຍາຍຕົວຢ່າງແຂງແຮງ, ເພີ່ມຂຶ້ນ 66,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.
ໃນນັ້ນ, ການສົ່ງອອກຂອງຫວຽດນາມ ໄປຍັງລາວ ບັນລຸກວ່າ 117 ລ້ານ ໂດລາສະຫະລັດ, ເພີ່ມຂຶ້ນ 106,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ບັນດາປະເພດສິນຄ້າສົ່ງອອກຕົ້ນຕໍລວມມີນ້ຳມັນທຸກປະເພດ; ຜະລິດຕະພັນເຄມີ; ເຄື່ອງຈັກ, ອຸປະກອນ, ເຄື່ອງມື, ອາໄຫຼ່ອື່ນໆ... ຄຽງຄູ່ກັນນັ້ນ, ການນໍາເຂົ້າສິນຄ້າຂອງຫວຽດນາມ ຈາກລາວ ບັນລຸກວ່າ 173 ລ້ານ ໂດລາສະຫະລັດ, ເພີ່ມຂຶ້ນ 47,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ສິນຄ້ານໍາເຂົ້າບາງປະເພດຕົ້ນຕໍ ລວມມີ: ຢາງພາລາ; ຖ່ານຫີນ; ໄມ້ ແລະຜະລິດຕະພັນໄມ້; ປຸ໋ຍທຸກຊະນິດ…
ໃນປີ 2024, ການຮ່ວມມືດ້ານເສດຖະກິດ ແລະການຄ້າລະຫວ່າງ ຫວຽດນາມ ແລະ ລາວ ບັນລຸໄດ້ໝາກຜົນທີ່ໜ້າປະທັບໃຈ, ລື່ນກາຍ 2 ຕື້ ໂດລາສະຫະລັດ ແລະບັນລຸມູນຄ່າສ່ວນເກີນດ້ານການຄ້າກວ່າ 2,2 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນເກືອບ 34% ເມື່ອທຽບໃສ່ປີ 2023. ໝາກຜົນນີ້ລື່ນກາຍຄາດໝາຍທີ່ສອງລັດຖະບານວາງອອກ.
ເຖິງຢ່າງໃດກໍ່ຕາມ, ຕາມບັນດານັກຊ່ຽວຊານດ້ານເສດຖະກິດແລ້ວ, ໝາກຜົນຂອງການຮ່ວມມືດ້ານການຄ້າ ຫວຽດນາມ - ລາວ ໃນໄລຍະຜ່ານມາ ຍັງບໍ່ທັນແທດເໝາະກັບຄວາມສາມາດບົ່ມຊ້ອນ ແລະການພົວພັນແບບພິເສດລະຫວ່າງສອງປະເທດ. ຕາມການຄິດໄລ່ຂອງອົງການທີ່ກ່ຽວຂ້ອງຂອງທັງສອງຝ່າຍ, ດ້ວຍຂະໜາດປະຈຸບັນ, ວົງເງິນການຄ້າສິນຄ້າລະຫວ່າງຫວຽດນາມ - ລາວ ແມ່ນປະມານ 10% ຂອງຍອດວົງເງິນການຄ້າຕ່າງປະເທດຂອງລາວ ແລະ 0,2% ຂອງວົງເງິນການຄ້າຕ່າງປະເທດຂອງຫວຽດນາມ.
ໃນປີ 2025, ຫວຽດນາມ ແລະລາວ ສູ້ຊົນຊຸກຍູ້ວົງເງິນການຄ້າລະຫວ່າງສອງປະເທດໃຫ້ເພີ່ມຂຶ້ນ ແຕ່ 10 – 15% ເມື່ອທຽບໃສ່ປີ 2024, ມຸ່ງໄປເຖິງວົງເງິນການຄ້າສອງຝ່າຍໃຫ້ບັນລຸ 5 ຕື້ ໂດລາສະຫະລັດ ໂດຍໄວ.
ໂດຍ: ຈາງຫງວຽນ