ເຂົ້າຮ່ວມລາຍການມີບັນດາສະຫາຍ: ບຸ່ຍກວາງຮຸຍ, ກຳມະການສຳຮອງສູນກາງພັກ, ເລຂາທີໜຶ່ງຄະນະບໍລິຫານງານສູນກາງຊາວໜຸ່ມ; ສະຫາຍ ພັນເອກ ບຸ່ຍຟູເຕ້ວ, ຮອງຫົວໜ້າຫ້ອງການເມືອງໂຮງໝໍທະຫານ 175; ທ່ານ ເຈິ່ນວັນເຮົ້າ, ປະທານສະພາບໍລິຫານບໍລິສັດຫຸ້ນສ່ວນພັດທະນາ ຮຸ່ງເຮົ້າ, ປະທານສະພາບໍລິຫານມະຫາວິທະຍາໄລ ວັນຮ໋ຽນ.

leftcenterrightdel
ລາຍການວັນອາທິດແດງໄດ້ຮັບການຕອບສະໜອງຈາກພະນັກງານ, ຄູອາຈານ, ນັກສຶກສາຈໍານວນຫຼາຍ. ພາບ: qdnd.vn

ລາຍການວັນອາທິດແດງ ໄດ້ຮັບການຕອບສະໜອງເຂົ້າຮ່ວມບໍລິຈາກເລືອດຈາກພະນັກງານ, ຄູອາຈານ, ນັກສຶກສາ ແລະພະນັກງານ, ນັກຮົບກອງພັນໃຫຍ່ຕຳຫຼວດເຄື່ອນທີ່ຕາເວັນອອກສ່ຽງໃຕ້ ນະຄອນໂຮ່ຈີມິນ.

leftcenterrightdel
ບັນດາແພດໝໍໂຮງໝໍທະຫານ 175 ດໍາເນີນການເກັບຕົວຢ່າງເລືອດທີ່ລາຍການ. ພາບ: qdnd.vn

ຕາມຄະນະຈັດຕັ້ງລາຍການແລ້ວ ວັນອາທິດແດງຄັ້ງທີ 17 ຈະໄດ້ຈັດຂຶ້ນຮອດທ້າຍເດືອນມີນາ 2025 ຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ, ຄາດວ່າຈະໄດ້ຮັບເລືອດປະມານ 45.000 - 50.000 ຖົງ.

leftcenterrightdel
ໂຮງໝໍທະຫານ 175 ມອບໃບຍ້ອງຍໍໃຫ້ຫົວໜ່ວຍຕ່າງໆທີ່ມີ ການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການເຄື່ອນໄຫວບໍລິ ຈາກເລືອດແບບສະໝັກໃຈ. ພາບ: qdnd.vn

ກ່າວຄຳເຫັນທີ່ລາຍການ, ສະຫາຍ ພັນເອກ ບຸ່ຍຟູເຕ້ວ ຮອງຫົວໜ້າຫ້ອງການເມືອງ ໂຮງໝໍທະຫານ 175 ໃຫ້ຮູ້ວ່າ: ລາຍການວັນອາທິດແດງຄັ້ງທີ 17 ແມ່ນການກິດຈະກໍາທີ່ມີຄວາມໝາຍທີ່ສຸດ, ສະແດງໃຫ້ເຫັນນ້ຳໃຈມະນຸດສະທຳ, ມີຄວາມຮັບຜິດຊອບຕໍ່ວົງຄະນາຍາດ, ປະກອບສ່ວນແກ້ໄຂການຂາດແຄນເລືອດ, ຍົກສູງຄວາມຮັບຮູ້ຂອງປະຊາຊົນໃນການບໍລິຈາກເລືອດ, ເຊີດຊູ ແລະເສີມຂະຫຍາຍການກະທໍາທີ່ມີຄວາມເມດຕາ, ມູນເຊື້ອອັນດີງາມຂອງຊາວຫວຽດນາມ.

ຄາດວ່າ ລາຍການຈະໄດ້ຮັບເລືອດ 400 ຖົງ ເຊິ່ງຈະໄດ້ເກັບຮັກສາຢູ່ໂຮງໝໍທະຫານ 175 ເພື່ອໃຊ້ໃນການພະຍາບານສຸກເສີນ ແລະປິ່ນປົວ.

ໂດຍ: ໂກແລັມ ອາໄພຍະວົງ