ປະຈຸບັນ, ຍີ່ປຸ່ນ ແມ່ນຕະຫຼາດຕົ້ນຕໍທີ່ນຳນັກທ່ອງທ່ຽວມານະຄອນໂຮ່ຈີມິນ ແລະນອນໃນທອັບສະຖານທີ່ທີ່ໄດ້ຮັບຄວາມນິຍົມທີ່ສຸດຂອງຊາວຫວຽດນາມ ເວົ້າລວມ, ນະຄອນໂຮ່ຈີມິນ ເວົ້າສະເພາະ. ຫວຽດນາມ ກໍ່ນອນໃນທອັບ 10 ຕະຫຼາດນັກທ່ອງທ່ຽວສາກົນທີ່ໄປທ່ຽວຍີ່ປຸ່ນ. ໃນປີ 2024, ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວທີ່ມາຈາກຍີ່ປຸ່ນ 711.400 ກວ່າເທື່ອຄົນ ແລະຍີ່ປຸ່ນ ຕ້ອນຮັບນັກທ່ອງທ່ຽວຫວຽດນາມ 621.100 ກວ່າເທື່ອຄົນ (ເພີ່ມຂຶ້ນ 8,2% ເມື່ອທຽບໃສ່ປີ 2023). ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານ, ວິສາຫະກິດທ່ອງທ່ຽວໄດ້ສະເໜີໃຫ້ ຍີ່ປຸ່ນ ສ້າງຕາຕະລາງການທ່ອງທ່ຽວໃໝ່ຕື່ມອີກພ້ອມກັບບັນດາຜະລິດຕະພັນພື້ນເມືອງ, ເອົາໃຈໃສ່ເປັນພິເສດເຖິງການຂຸດຄົ້ນ ແລະໂຄສະນາເນື້ອໃນທີ່ຈັບອົກຈັບໃຈຈາກຊົນນະບົດຂອງຍີ່ປຸ່ນ ເພື່ອດຶງດູດແຂກສາກົນ.
ໂດຍ: ເຈິ່ນຮວ່ຽນ
Type the code from the image