ເວທີປາໄສແນະນຳຄວາມສາມາດບົ່ມຊ້ອນ ແລະກາລະໂອກາດລົງທຶນເຂົ້າບັນດາໂຄງການຈຸດສຸມ, ມີລັກສະນະເປັນກຳລັງໜູນຂອງນະຄອນ ດ່າໜັງ, ເຊັ່ນ: ສູນການເງິນສາກົນ, ເຂດການຄ້າເສລີ ແລະທ່າກຳປັ່ນສາກົນ ລຽນຈ໊ຽວ; ພ້ອມທັງ, ຮັບເອົາຄຳເຫັນປະກອບ ແລະ ຄຳສະເໜີແນະຈາກບັນດານັກລົງທຶນ ແລະວິສາຫະກິດ ເພື່ອຜັນຂະຫຍາຍບັນດາໂຄງການຢ່າງມີປະສິດທິຜົນ ແລະປະສົບຜົນສຳເລັດໃນໄລຍະຈະມາເຖິງ.

leftcenterrightdel
ທ່ານ ເຈີ່ນເຟືອກແອັງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສິງກະໂປ ກ່າວຄຳເຫັນທີ່ເວທີປາໄສ. ພາບ: vov.vn

ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ເຈີ່ນເຟືອກແອັງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສິງກະໂປ ໃຫ້ຖືວ່າ: ນະຄອນດ່າໜັງ ແມ່ນສະຖານທີ່ລົງທຶນທີ່ມີຄວາມສາມາດບົ່ມຊ້ອນ, ດືງດູດຢູ່ຫວຽດນາມ ແລະຢືນຢັນຈະສືບຕໍ່ໜູນຊ່ວຍນະຄອນເຊື່ອມຕໍ່ກັບບັນດາວິສາຫະກິດ ແລະນັກລົງທຶນສິງກະໂປ. ເວທີປາໄສເປີດກາລະໂອກາດຮ່ວມມືໃໝ່ລະຫວ່າງບັນດາວິສາຫະກິດ ແລະນັກລົງທຶນສິງກະໂປ ແລະນະຄອນດ່າໜັງ ໃນໄລຍະຈະມາເຖິງ. ນີ້ກໍ່ແມ່ນໂອກາດເພື່ອຊ່ວຍນະຄອນປັບປຸງຍຸດທະສາດພັດທະນາ ແລະນະໂຍບາຍດຳເນີນໂຄງການສູນການເງິນພາກພື້ນຢູ່ນະຄອນ ດ່າໜັງ ແລະບັນດາໂຄງການຈຸດສຸມອື່ນໆ, ຄື: ເຂດການຄ້າເສລີ ແລະທ່າກຳປັ່ນລຽນຈ໊ຽວ.

ໂດຍ: ໄຊຍະຄານ ວາທີ