leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ໃນກອງປະຊຸມ, ການນຳ APEC ຄັ້ງທີ 30 ທີ່ຈັດຂຶ້ນໃນປີ 2023 ຢູ່ອາເມລິກາ, ຫວຽດນາມ ໄດ້ສະເໜີເປັນເຈົ້າພາບຈັດຕັ້ງການເຄື່ອນໄຫວປີ APEC 2027 ແລະໄດ້ຮັບການເຫັນດີຈາກການນຳ 21 ປະເທດສະມາຊິກ APEC ເພື່ອເອົາເຂົ້າໃນຖະແຫຼງການຮ່ວມຂອງກອງປະຊຸມ. ດັ່ງນັ້ນ, ປີ 2027 ແມ່ນຄັ້ງທີ 3 ທີ່ຫວຽດນາມ ຈະເປັນປະທານ APEC ແລະນະຄອນຝູກວ໊ກ, ແຂວງກຽນຢາງ ໄດ້ຮັບການຄັດເລືອກເປັນສະຖານທີ່ຈັດຕັ້ງສັບປະດາຂັ້ນສູງ APEC 2027 ຈາກສູນກາງ.

ໂດຍໄດ້ຮັບຄັດເລືອກເປັນສະຖານທີ່ດໍາເນີນສັບປະດາຂັ້ນສູງ APEC, ຝູກວ໊ກ ໄດ້ກາຍເປັນຈຸດສຸມ, ເປັນບ່ອນເຕົ້າໂຮມຜູ້ແທນນັບພັນຄົນທີ່ມາຈາກບັນດາພື້ນຖານເສດຖະກິດແຖວໜ້າຂອງໂລກ, ອົງການຈັດຕັ້ງສາກົນ, ວິສາຫະກິດ, ວົງການນັກຊ່ຽວຊານ, ນັກຂ່າວສາກົນເຂົ້າຮ່ວມ. ນີ້ແມ່ນຄວາມເປັນກຽດ, ແມ່ນກາລະໂອກາດ, ທັງແມ່ນໜ້າທີ່ຂອງຝູກວ໊ກ.

leftcenterrightdel
ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ເປັນປະທານກອງປະຊຸມຄະນະປະຈຳ ລັດຖະບານກ່ຽວກັບວຽກງານກະກຽມ APEC ປີ 2027. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ຊີ້ນໍາວ່າ ການຜັນຂະຫຍາຍໂຄງການຕ້ອງຮັບປະກັນການສົມທົບລະຫວ່າງການຮັບໃຊ້ APEC 2027 ຕິດກັບການພັດທະນາຝູກວ໊ກ ຕາມການກໍານົດທິດ, ແຜນຜັງໄດ້ອະນຸມັດຜ່ານ; ຈຳກັດການດັດແປງແຜນຜັງເພື່ອຮັບໃຊ້ APEC 2027 ເທົ່ານັ້ນ. ໄປພ້ອມກັບການຂຸດຄົ້ນພື້ນຖານໂຄງລ່າງທີ່ມີຢູ່ແລ້ວ, ຕໍ່ໜ້າບຸລິມະສິດການຜັນຂະຫຍາຍໂຄງການພື້ນຖານໂຄງລ່າງທີ່ກ່ຽວຂ້ອງໂດຍກົງ, ຮັບໃຊ້ APEC 2027. ພ້ອມກັນນັ້ນ, ຮຽກຮ້ອງໃຫ້ແຂວງກຽນຢາງ ແລະບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງກວດກາຄືນ ແລະແກ້ໄຂບັນດາບັນຫາຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດອຳນາດ, ບັນຫາທີ່ບໍ່ຢູ່ໃນຂອບເຂດສິດອຳນາດຕັດສິນແມ່ນໃຫ້ສັງລວມ, ຍື່ນສະເໜີຕໍ່ຂັ້ນທີ່ມີສິດອຳນາດຕັດສິນພິຈາລະນາ, ແກ້ໄຂ, ບົນເນື້ອໃນຈິດໃຈລັດຖະບານບໍ່ເຮັດແທນກະຊວງ, ສະພາແຫ່ງຊາດບໍ່ເຮັດແທນລັດຖະບານ...

ໂດຍ: ເຈິ່ນຮວ່ຽນ