leftcenterrightdel
ມອບງົບປະມານໜູນຊ່ວຍການສ້ອມແປງເຮືອນໃຫ້ພໍ່ແມ່ປະຊາຊົນເມືອງເກີນເຢີ. ພາບ: qdnd.vn

ວັນທີ 2 ມີນາ, ໃນລາຍການວັນປ້ອງກັນຊາຍແດນທົ່ວປວງຊົນຢູ່ເມືອງເກີນເຢີ (ນະຄອນໂຮ່ຈີມິນ), ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ໄດ້ມອບງົບປະມານກໍ່ສ້າງຫຼັກໝາຍເຈື່ອງຊາ, ຫຼັກໝາຍຊາຍແດນ ແລະພື້ນຫຼັງພາບຄວັດສະຫຼັກນູນໃນບໍລິເວນວັດທະນະທໍາໂຮ່ຈີມິນ ຂອງທະຫານຊາຍແດນນະຄອນ ໂຮ່ຈີມິນ ດ້ວຍມູນຄ່າເກືອບ 750 ລ້ານດົ່ງ...

* ຢູ່ທີ່ຕາແສງ ດັກລອງ (ເມືອງ ດັກ ໄກຣ), ທະຫານຊາຍແດນແຂວງກອນຕຸມ ໄດ້ສົມທົບກັນຈັດຕັ້ງວັນປ້ອງກັນຊາຍແດນທົ່ວປວງຊົນ.

ການນໍາທະຫານຊາຍແດນແຂວງກອນຕຸມ ພ້ອມກັບອໍານາດການປົກຄອງເມືອງດັກໄກຣ ໄດ້ມອບໃບຍ້ອງຍໍໃຫ້ໝູ່ຄະນະ, ບຸກຄົນທີ່ມີຜົນງານດີເດັ່ນໃນ 10 ປີແຫ່ງການປະຕິບັດຂະບວນການທົ່ວປວງຊົນເຂົ້າຮ່ວມການປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດໃນສະພາບການໃໝ່ ໄລຍະ 2015-2025. ນອກຈາກນີ້, ຄະນະຈັດຕັ້ງ ໄດ້ມອບງົບປະມານກໍ່ສ້າງເຮືອນແຫ່ງຄວາມສາມັກຄີຈໍານວນ 4 ຫຼັງ “ແຕ່ລະຫຼັງ ມີມູນຄ່າ 60 ລ້ານດົ່ງ), ມອບງົວພັນ 3 ໂຕ ມູນຄ່າ 45 ລ້ານດົ່ງ, ມອບຂອງຂວັນ 70 ພູດໃຫ້ຄອບຄົວທຸກຍາກ; ມອບທຶນການສຶກສາ 10 ທຶນໃຫ້ນັກຮຽນທຸກຍາກແຕ່ຮຽນເກັ່ງ; ມອບງົບປະມານໃຫ້ໂຄງການ “ຊ່ວຍນ້ອງໄປໂຮງຮຽນ - ລູກຮັກຄ້າຍທະຫານຊາຍແດນ” ໃຫ້ນັກຮຽນ 8 ຄົນ.

leftcenterrightdel
ມອບທຶນການສຶກສາໃຫ້ນັກຮຽນໃນໂຄງການ “ຊ່ວຍນ້ອງໄປໂຮງຮຽນ”. ພາບ: qdnd.vn

* ສະເຫຼີມສະຫຼອງວັນມູນເຊື້ອທະຫານຊາຍແດນ ຄົບຮອບ 66 ປີ ແລະວັນປ້ອງກັນຊາຍແດນທົ່ວປວງຊົນ ຄົບຮອບ 36 ປີ, ບັນດາທ້ອງຖິ່ນ, ກົມກອງໃນເສັ້ນຊາຍແດນແຂວງແທັງຮວ໋າ ຈັດຕັ້ງຫຼາຍກິດຈະກໍາທີ່ມີຄວາມໝາຍແທດຈິງ.

ບັນດາຄ້າຍທະຫານຊາຍແດນ ໄດ້ສົມທົບກັບຄະນະພັກ, ອໍານາດການປົກຄອງ, ອົງການຈັດຕັ້ງມະຫາຊົນມອບຂອງຂວັນ 500 ກວ່າພູດ; ເປັນເສນາທິການໃຫ້ຄະນະພັກ, ອໍານາດການປົກຄອງບັນດາທ້ອງຖິ່ນໃນແຂວງມອບ 180 ໃບຍ້ອງຍໍໃຫ້ບຸກຄົນທີ່ມີຜົນງານດີເດັ່ນໃນການປະຕິບັດຂະບວນການທົ່ວປວງຊົນເຂົ້າຮ່ວມການປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດໃນສະພາບການໃໝ່ ແລະປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນເຂດຊາຍແດນໂດຍກົງ.

* ໃນວັນທີ 2 ມີນາ, ໃນຂອບເຂດວັນປ້ອງກັນຊາຍແດນທົ່ວປວງຊົນ, ຄ້າຍທະຫານຊາຍແດນ ລາຍຮວ່າ, ທະຫານຊາຍແດນແຂວງຊອກຈັງ ສົມທົບກັບຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ ຈັດຕັ້ງຫຼາຍກິດຈະກໍາທີ່ມີຄວາມໝາຍແທດຈິງ, ຄື: ມອບເຮືອນແຫ່ງຄວາມສາມັກຄີ 2 ຫຼັງ (ແຕ່ລະຫຼັງມູນຄ່າ 50 ລ້ານດົ່ງ), ມອບຂອງຂວັນ 10 ພູດໃຫ້ບັນດາຄອບຄົວທີ່ປະສົບຄວາມຫຍຸ້ງຍາກພິເສດ; ມອບລົດຖີບ 15 ຄັນ ພ້ອມທຶນການສຶກສາ 8 ທຶນໃຫ້ນັກຮຽນທີ່ປະສົບຄວາມຫຍຸ້ງຍາກ; ຈັດຕັ້ງການແຂ່ງຂັນກິລາມິດຕະພາບ, ແລກປ່ຽນສິລະປະ, ການລະຫຼິ້ນພື້ນເມືອງ. ໂອກາດນີ້, ກອງບັນຊາການທະຫານຊາຍແດນແຂວງ ແລະຄະນະກໍາມະການປະຊາຊົນ ເທດສະບານແຂວງວິ້ງເຈົາ, ຄະນະກໍາມະການຕາແສງວິ້ງເຕິນ (ເທດສະບານແຂວງວິ້ງເຈົາ) ມອບໃບຍ້ອງຍໍໃຫ້ 6 ໝູ່ຄະນະ ແລະ 14 ບຸກຄົນທີ່ມີຜົນງານດີເດັ່ນໃນການປະຕິບັດວັນປ້ອງກັນຊາຍແດນທົ່ວປວງຊົນ.

ໂດຍ: ໄຊຊະນະ