ປັດຈຸບັນ, ແຂວງ ເຊີນລາ ໄດ້ສ້າງຕັ້ງບັນດາຄະນະປະຕິບັດງານລົງຮາກຖານ, ສົມທົບກັບຕາແສງຕ່າງໆຊີ້ນຳ, ກວດກາ, ໜູນຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງ.

leftcenterrightdel
ສະພາບບ້ານເມື່ອງໂປນ 1, ຕາແສງ ເມື່ອງໂປນ, ເມືອງດ້ຽນບຽນ ພາຍຫຼັງຝົນຕົກໜັກ, ນ້ຳຖ້ວມ. ພາບ: ສໍານັກຂ່າວສານຫວຽດນາມ

ໃນຂະນະນັ້ນ, ຢູ່ແຂວງ ດ້ຽນບຽນ, ວຽກງານຊອກຫາຜູ້ຫາຍສາບສູນ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກນ້ຳແກວ່ງ, ນ້ຳຖ້ວມຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ການນຳແຂວງ ໄດ້ມີການຊີ້ນຳຢ່າງໃກ້ຊິດ, ຮຽກຮ້ອງໃຫ້ກຳລັງທີ່ມີໜ້າທີ່ຮັບຜິດຊອບລະດົມແຫຼ່ງກຳລັງຄົນໃຫ້ຫຼາຍທີ່ສຸດ ເພື່ອຜັນຂະຫຍາຍວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງ, ຊອກຫາຜູ້ປະສົບເຄາະຮ້າຍ.

ກຳລັງການແພດກໍມີການເບິ່ງແຍງ ແລະ ປິ່ນປົວຄົນເຈັບຢ່າງທັນການ, ອຳນາດການປົກຄອງທ້ອງຖິ່ນກໍຈັດບ່ອນຢູ່ຊົ່ວຄາວ, ປອດໄພໃຫ້ແກ່ປະຊາຊົນທີ່ສູນເສຍບ່ອນຢູ່ອາໄສ… ການນຳແຂວງ ກໍໄດ້ລົງຢ້ຽມຢາມຖາມຂ່າວ, ລະດົມກຳລັງໃຈບັນດາຄອບຄົວທີ່ມີຜູ້ປະສົບເຄາະຮ້າຍເສຍຊີວິດ, ຫາຍສາບສູນ, ຖືກບາດເຈັບ ແລະ ສູນເສຍເຮືອນຢູ່ຈາກໄພນ້ຳຖ້ວມດັ່ງກ່າວ.

ແຫຼ່ງຄັດຈາກ: vovworld.vn