ໃນສານຊົມເຊີຍທີ່ສົ່ງເຖິງເວທີປາໄສ, ທ່ານປະທານາທິບໍດີລັດເຊຍ Putin ເນັ້ນໜັກວ່າ ລັດເຊຍ ພ້ອມແລ້ວທີ່ຈະເຈລະຈາ ແລະຮ່ວມມືກັບທຸກປະເທດເພື່ອແກ້ໄຂບັນດາບັນຫາເສດຖະກິດ, ສັງຄົມ, ວິທະຍາສາດ ແລະເຕັກໂນໂລຢີ ເຊິ່ງໂລກພວມປະເຊີນໜ້າ, ພ້ອມກັນສ້າງລະບົບພົວພັນສາກົນຢ່າງຍຸຕິທໍາ ແລະສະເໝີພາບ, ເຄົາລົບຜົນປະໂຫຍດອັນຊອບທໍາ ແລະຄວາມຫຼາກຫຼາຍດ້ານວັດທະນະທໍາຂອງທຸກປະເທດ. ທ່ານປະທານາທິບໍດີ Putin ກໍ່ສະແດງຄວາມເຊື່ອໝັ້ນວ່າ ເວທີປາໄສຈະຊຸກຍູ້ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງບັນດາປະເທດ ແລະເປີດສາກບັນດາຂໍ້ລິເລີ່ມ ແລະໂຄງການໃໝ່.

leftcenterrightdel
ວາລະໄຂເວທີປາໄສ ໃນວັນທີ 6 ມິຖຸນາ. ພາບ: SPIEF

ໃນສານທີ່ສົ່ງເຖິງເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ເນັນໜັກເຖິງຄວາມຮຽກຮ້ອງຕ້ອງການສາມັກຄີ, ຮ່ວມມື ແລະ ມີການກະທໍາດ້ວຍຄວາມຮັບຜິດຊອບຂອງທຸກປະເທດ ເພື່ອພ້ອມກັນຜ່ານຜ່າສິ່ງທ້າທາຍລວມ. ທ່ານຮອງນາຍົກລັດຖະມົນຕີ ຢືນຢັນແນວທາງການຕ່າງປະເທດສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແລະເລື່ອງຫວຽດນາມ ຊົມເຊີຍ, ຕັ້ງໜ້າເຂົ້າຮ່ວມບັນດາຂອບເຂດ, ຂໍ້ລິເລີ່ມໃນການຮ່ວມມື, ຮ່ວມສໍາພັນດ້ານເສດຖະກິດສາກົນ ເພື່ອສັນຕິພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນທົ່ວໂລກ.

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ  ກໍເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືບົນຫຼັກການສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບເຊິ່ງກັນ ແລະກັນ, ປະຕິບັດຕາມກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ; ການຮ່ວມມືຕ້ອງການມີກົນໄກເປີດ, ກວມລວມ, ສົ່ງເສີມການເຂົ້າຮ່ວມຂອງທຸກປະເທດ; ຄິດໄລ່ເຖິງລະດັບພັດທະນາ, ລັກສະນະຈຳເພາະຂອງແຕ່ລະຝ່າຍ; ຮັບປະກັນຄວາມຍືນຍົງດ້ານສິ່ງແວດລ້ອມ, ຄວາມກົມກຽວໃນສັງຄົມ ແລະປະສິດທິຜົນດ້ານເສດຖະກິດ.

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ຕີລາຄາສູງຂໍ້ລິເລີ່ມ “ຄູ່ຮ່ວມມືໃຫຍ່ ອາຊີ - ເອີລົບ” ຂອງປະທານາທິບໍດີລັດເຊຍ V.Putin ກ່ຽວກັບການເຊື່ອມຕໍ່ເສດຖະກິດພາກພື້ນ,  ພ້ອມກັນນັ້ນໄດ້ຍົກອອກບາງຂໍ້ສະເໜີແນໃສ່ເພີ່ມທະວີການເຊື່ອມຕໍ່ ແລະການຮ່ວມສໍາພັນດ້ານເສດຖະກິດລະຫວ່າງບັນດາປະເທດອາຊີ-ເອີລົບ.

ໂດຍ: ທູຈາງ