ຕໍາຫຼວດທະເລເຂດ 2 ເຂົ້າຮ່ວມຂະບວນການຊາວໜຸ່ມອາສາສະໝັກລະດູຮ້ອນ
ກປ.ອອນໄລ - ວັນທີ 2 ມິຖຸນາ, ຄະນະຊາວໜຸ່ມຕໍາຫຼວດທະເລເຂດ 2 ໄດ້ເຂົ້າຮ່ວມພິທີເປີດຂະບວນການຊາວໜຸ່ມອາສາສະໝັກລະດູຮ້ອນ 2024 ແລະ ຕອບສະໜອງວັນສິ່ງແວດລ້ອມໂລກຢູ່ ຕາແສງພູດອຍຕາມຈ່າ, ເມືອງນຸ໊ຍແທ່ງ, ແຂວງກວ໊າງນາມ ໂດຍ ຄະນະຊາວໜຸ່ມເມືອງ ຈັດຕັ້ງ.
ພາຍຫຼັງພິທີເປີດຂະບວນການຢູ່ບ້ານ ຝູເຕີນ, ຕາແສງ ຕາມຈ່າ (ເມືອງ ນຸ໊ຍແທ່ງ), ພະນັກງານ, ສະມາຊິກຊາວໜຸ່ມ 30 ຄົນ ໄດ້ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງຊຸມຊົນ ຄື: ສ້ອມແປງເຮືອນຊານໃຫ້ຄອບຄົວທຸກຍາກຢູ່ທ້ອງຖິ່ນ; ໂຄງການເອົາສິ່ງເສດເຫຼືອພລາສຕິກ ມາແລກເອົາເຄື່ອງໃຊ້ໃນຊີວິດປະຈໍາວັນ; ...
    |
 |
ບັນຍາກາດທີ່ພິທີເປີດຂະບວນການຊາວໜຸ່ມອາສາສະໝັກລະດູຮ້ອນ 2024 ໂດຍຄະນະຊາວໜຸ່ມເມືອງ ນຸ໊ຍແທ່ງ ຈັດຕັ້ງ. ພາບ: qdnd.vn |
    |
 |
ມອບຂອງຂວັນໃຫ້ນັກຮຽນໃນບໍລິເວນຕາແສງ ຕາມຈ່າ. ພາບ: qdnd.vn |
ຂະບວນການຊາວໜຸ່ມອາສາສະໝັກລະດູຮ້ອນ 2024 ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ ແລະແທດຈິງ, ສະແດງໃຫ້ເຫັນຂີດໝາຍ ແລະຮູບພາບອາສາສະໝັກຂອງຊາວໜຸ່ມຕໍາຫຼວດທະເລ, ຄຽງຂ້າງນັ້ນ, ບັນດາການເຄື່ອນໄຫວຂອງໄວໜຸ່ມກອງບັນຊາການຕໍາຫຼວດທະເລເຂດ 2 ກໍ່ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ, ປັບປຸງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັບປະກັນຊີວິດສັງຄົມ, ກໍ່ສ້າງຊົນນະບົດໃໝ່.
ຜ່ານການເຄື່ອນໄຫວອາສາສະໝັກໄດ້ປະກອບສ່ວນສຶກສາອົບຮົມມູນເຊື້ອ “ຮັກແພງຊ່ວຍເຫຼືອກັນ” ຂອງຊາດ, ພ້ອມທັງຍົກສູງຄຸນນະພາບການເຄື່ອນໄຫວຂອງບັນດາອົງການຈັດຕັ້ງຊາວໜຸ່ມ, ກໍ່ຄືສ້າງສະພາບແວດລ້ອມປອດໃສ ເພື່ອໃຫ້ພະນັກງານ, ສະມາຊິກຊາວໜຸ່ມຝຶກຝົນຫຼໍ່ຫຼອມ, ບຸກຄະລິກພາບ, ຄຸນສົມບັດ ແລະທັກສະຊີວິດ.
ພິທີເປີດຂະບວນການກໍ່ແມ່ນເຫດການໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງກອງປະຊຸມໃຫຍ່ແຂ່ງຂັນເດັດຂາດມີໄຊ ຂອງຕໍາຫຼວດທະເລເຂດ 2 ໄລຍະ 2019-2024 ຂອງໄວໜຸ່ມກົມກອງ.
ໂດຍ: ທະນາພອນ