ປະຈຸບັນ ຫວຽດນາມ ມີຜູ້ອອກແຮງງານ ກວ່າ 52 ລ້ານຄົນ. ສິດຂອງຜູ້ອອກແຮງງານແມ່ນພາກສ່ວນໜຶ່ງຂອງລະບົບສິດທິມະນຸດ ເຊິ່ງພັກ, ລັດ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ແລະປະຕິບັດດ້ວຍແຜນນະໂຍບາຍ, ນະໂຍບາຍໃຫຍ່.

ຮັບປະກັນສິດຂອງຜູ້ອອກແຮງງານ ໄດ້ຮັບການຮອງຮັບໃນແຜນນະໂຍບາຍໃຫຍ່

ບັນຫາສິດທິມະນຸດຢູ່ຫວຽດນາມ ໄດ້ຮັບການຮອງຮັບໃນລັດຖະທຳມະນູນ ແຕ່ປີ 1946 ເຖິງປະຈຸບັນ. ມະນຸດ, ໃນນັ້ນມີຊົນຊັ້ນກຳມະກອນ ແລະຜູ້ອອກແຮງງານ ໄດ້ກຳນົດວ່າແມ່ນໃຈກາງ, ແມ່ນເຈົ້າກຳ, ແມ່ນເປົ້າໝາຍ ແລະກຳລັງໜູນພັດທະນາ.

ມະຕິກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ XIII ຂອງພັກ (ປີ 2021) ໄດ້ກຳນົດຢ່າງຈະແຈ້ງແຜນນະໂຍບາຍເອົາໃຈໃສ່ເຖິງປະຊາຊົນທຸກຄົນ, ຮັບປະກັນນະໂຍບາຍແຮງງານ, ວຽກເຮັດງານທໍາ, ລາຍຮັບ, ປະຕິບັດສະຫວັດດີການສັງຄົມໃຫ້ເປັນຢ່າງດີ; ປັບປຸງຊີວິດທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນຢ່າງຮອບດ້ານ. ບົນພື້ນຖານນັ້ນ, ຄໍາສັ່ງສະບັບເລກທີ 16/CT-TTg ລົງວັນທີ 14 ມິຖຸນາ 2021 ຂອງນາຍົກລັດຖະມົນຕີ ວ່າດ້ວຍການຮັບປະກັນວຽກເຮັດງານທໍາແບບຍືນຍົງ, ປັບປຸງເງື່ອນໄຂເຮັດວຽກຂອງກໍາມະກອນຜູ້ອອກແຮງງານໄດ້ວາງຫຼາຍມາດຕະການຢ່າງຄົບຊຸດເພື່ອໃຫ້ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນຕ່າງໆສຸມໃສ່ວຽກງານນີ້.

ນັບແຕ່ປີ 2016, ດ້ວຍຂໍ້ລິເລີ່ມຂອງກຳມະບານຫວຽດນາມ, ທ່ານນາຍົກລັດຖະມົນຕີ ໄດ້ເຈລະຈາໂດຍກົງ 7 ຄັ້ງ ກັບກໍາມະກອນ, ລັດຖະກອນ, ຜູ້ອອກແຮງງານຢູ່ຫຼາຍແຂວງ, ນະຄອນ, ເຂດ, ຂະແໜງອາຊີບ.  ຜູ້ນໍາລັດຖະບານໄດ້ຮັບຟັງ, ເຂົ້າໃຈ, ຊີ້ນຳແກ້ໄຂແນວຄິດຈິດໃຈ, ຄວາມຫວັງ, ຂໍ້ສະເໜີຕ່າງໆທີ່ກ່ຽວຂ້ອງເຖິງຊີວິດການເປັນຢູ່, ວຽກເຮັດງານທໍາຂອງກໍາມະກອນຜູ້ອອກແຮງງານ.

leftcenterrightdel
ພາບປະກອບຄັດຈາກ: laodongcongdoan.vn

ໃນໄລຍະ 10 ປີມານີ້, ລະບົບນະໂຍບາຍ, ກົດໝາຍວ່າດ້ວຍແຮງງານໄດ້ຮັບການປັບປຸງ, ເພີ່ມເຕີມໃຫ້ເໝາະສົມກັບແຜນນະໂຍບາຍ, ແນວທາງຂອງພັກ ກໍ່ຄືອັບເດດດ້ວຍບັນດາມາດຕະຖານຂອງອົງການແຮງງານສາກົນ (ILO) ແລະສ່ອງແສງພຶດຕິກຳຕົວຈິງແຫ່ງການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດຢ່າງພາວະວິໄສ. ຫວຽດນາມ ກໍ່ໄດ້ມານະພະຍາຍາມໃຫ້ຄໍາໝັ້ນສັນຍາ ແລະປະຕິບັດສົນທິສັນຍາສາກົນກ່ຽວກັບການພົວພັນແຮງງານ, ແນໃສ່ຊຸກຍູ້ ແລະຮັບປະກັນມາດຕະຖານແຮງງານພື້ນຖານໃຫ້ຜູ້ອອກແຮງງານຢູ່ຫວຽດນາມ ໃຫ້ຖືກຕ້ອງກັບມາດຖານສາກົນ ກ່ຽວກັບສິດຂອງຜູ້ອອກແຮງງານ.        

ເປັນໜ້າເອົາໃຈໃສ່, ນັບແຕ່ເມື່ອຜູ້ອຳນວຍການໃຫຍ່ອົງການແຮງງານສາກົນປຸກລະດົມໂຄງການດຳເນີນງານກ່ຽວກັບວຽກເຮັດງານທໍາເໝາະສົມຕາມຄວນໃນທົ່ວໂລກນັ້ນ ຫວຽດນາມ ແລະ ILO ໄດ້ພ້ອມກັນກໍ່ສ້າງ ແລະລົງນາມປະຕິບັດການຮ່ວມມື 3 ຮອບວຽນໃຫ້ໄລຍະ (2006-2010; 2012-2016 ແລະ 2017-2021). ກ່ຽວກັບການຮ່ວມມືຮອບວຽນທີ 4, ໄລຍະ 2022-2026, ທ່ານ ລືວກວາງຕ໊ວນ ຫົວໜ້າກົມຮ່ວມມືສາກົນ, ກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມຫວຽດນາມ ໃຫ້ຮູ້ວ່າ: “ໃນການຮ່ວມມືຮອບວຽນ ທີ 4 ນີ້, ພວກເຮົາ ສືບຕໍ່ຖືບັນຫາວຽກເຮັດງານທໍາ, ການພັດທະນາຊັບພະຍາກອນມະນຸດ ແລະສະຫວັດດີການສັງຄົມເປັນຈຸດສຸມ, ຮັບປະກັນຄວາມກົມກຽວລະຫວ່າງສິດຂອງຜູ້ອອກແຮງງານ ແລະສິດຂອງວິສາຫະກິດຕິດພັນກັບວິວັດການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ແລະສອດຄ່ອງກັບຍຸດທະສາດພັດທະນາປະເທດແບບຍືນຍົງ ກໍ່ຄື ໂຄງການດຳເນີນງານກ່ຽວກັບການພັດທະນາແບບຍືນຍົງຂອງສະຫະປະຊາຊາດ”.

ບັນດາຜົນງານບໍ່ອາດປະຕິເສດໄດ້

ປະສິດທິຜົນຈາກບັນດານະໂຍບາຍຮັບປະກັນສິດຂອງຜູ້ອອກແຮງງານບັນລຸໄດ້ໝາກຜົນຕັ້ງໜ້າຈາກພຶດຕິກຳຕົວຈິງ. ຕາມການປະກາດຂອງກົມໃຫຍ່ສະຖິຕິ (ກະຊວງແຜນການ ແລະການລົງທຶນ), ໃນຊຸມເດືອນຕົ້ນປີນີ້, ອົງປະກອບແຮງງານຂອງຫວຽດນາມ ໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ. ກຳລັງຄົນງານອາຍຸແຕ່ 15 ປີຂຶ້ນໄປໃນໄຕມາດ I ປີ 2024 ແມ່ນ 52,4 ລ້ານຄົນ, ເພີ່ມຂຶ້ນເກືອບ 176.000 ຄົນເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ລາຍຮັບສະເລ່ຍ/ເດືອນຂອງຜູ້ອອກແຮງງານ ໄດ້ເພີ່ມຂຶ້ນຢູ່ທຸກຂະແໜງເສດຖະກິດເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ອັດຕາຜູ້ວ່າງງານໃນເກນອາຍຸອອກແຮງງານຂອງເຂດຕົວເມືອງ ສືບຕໍ່ຮັກສາຢູ່ລະດັບຕໍ່າກວ່າ 3% ນັບແຕ່ໄຕມາດ I ປີ 2022.

ເພື່ອແກ້ໄຂຄວາມຕ້ອງການດ້ານເຮືອນຢູ່ໃຫ້ຜູ້ອອກແຮງງານ, ມະຕິສະບັບເລກທີ 01/NQ-CP ຂອງ ລັດຖະບານວ່າດ້ວຍໜ້າທີ່, ມາດຕະການຕົ້ນຕໍເພື່ອປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ແລະວາງແຜນງົບປະມານແຫ່ງລັດ ປີ 2024 ໄດ້ຮຽກຮ້ອງຍູ້ແຮງການພັດທະນາເຮືອນຢູ່ສັງຄົມ, ເຮືອນຢູ່ກໍາມະກອນ; ສຸມໃສ່ຜັນຂະຫຍາຍແຜນຮ່າງ “ລົງທຶນກໍ່ສ້າງເຮືອນຢູ່ສັງຄົມຢ່າງໜ້ອຍສຸດ 1 ລ້ານຄອນໂດ ໃຫ້ເປົ້າໝາຍມີລາຍຮັບຕໍ່າ, ກຳມະກອນຢູ່ເຂດອຸດສາຫະກຳ ໄລຍະ 2021-2030”, ປີ 2024 ມານະພະຍາຍາມສູ້ຊົນກໍ່ສ້າງເຮືອນຢູ່ 130.000 ຄອນໂດໃຫ້ສໍາເລັດ.  

ເບິ່ງລວມແລ້ວ, ເຖິງວ່າຍັງມີການກະທົບບໍ່ອໍານວຍບາງຢ່າງ, ແຕ່ນະໂຍບາຍແຮງງານ (ລວມທັງນະໂຍບາຍຮັບປະກັນຊີວິດສັງຄົມໃຫ້ຜູ້ອອກແຮງງານ) ໄດ້ນຳມາເຊິ່ງປະສິດທິຜົນຕັ້ງໜ້າຫຼາຍຢ່າງ. ສິ່ງນີ້ສະແດງໃຫ້ເຫັນໝາກຜົນຈາກຄວາມມານະພະຍາຍາມຂອງຫວຽດນາມ ໃນການຖືເປັນສຳຄັນ ແລະຫັນສິດຂອງຜູ້ອອກແຮງງານໃຫ້ປະກົດຜົນເປັນຈິງ.

ໂດຍ: ເຈິ່ນຮວ່ຽນ