ຕາມບົດລາຍງານໄຕມາດທີ I  ປີ 2024 ກ່ຽວກັບການລົງທຶນອາຊີ-ປາຊີຟິກ (APIQ) ຂອງບໍລິສັດ Savills ຈຳກັດ ທີ່ປະກາດຫວ່າງແລ້ວນີ້, ບັນດານັກລົງທຶນມີຄວາມເຊື່ອໃຈ ກໍ່ຄືມີວິໄສທັດທີ່ຕັ້ງໜ້າກ່ຽວກັບພື້ນຖານເສດຖະກິດຫວຽດນາມ ໃນປີນີ້.

leftcenterrightdel
ພາບປະກອບ: vneconomy.vn

ທ່ານ Troy Griffiths, ຮອງຜູ້ອຳນວຍການບໍລິຫານ Savills ຫວຽດນາມ ເນັ້ນໜັກວ່າ: ແງ່ຫວັງເສດຖະກິດຂອງຫວຽດນາມ ໃຫ້ປີນີ້ໄດ້ຮັບການຄາດຄະເນຢ່າງຕັ້ງໜ້າ, ດ້ວຍລະດັບເຕີບໂຕ GDP ຄາດວ່າບັນລຸ 5,5% ເຖິງ 6,5%, ນຳຫວຽດນາມ ເຂົ້າສູ່ທອັບ 20 ພື້ນຖານເສດຖະກິດເຕີບໂຕໄວທີ່ສຸດໃນທົ່ວໂລກ. ແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າຫວຽດນາມ ສ່ອງແສງໃຫ້ເຫັນການເຕີບໂຕແຮງ, ດ້ວຍຈຳນວນທຶນ FDI ຈົດທະບຽນໃໝ່ເພີ່ມຂຶ້ນ 58% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງບັນດານັກລົງທຶນຕໍ່ຂົງເຂດອຸດສາຫະກໍາທີ່ພວມຜັນແປຢ່າງຟົດຟື້ນ.

ບົດລາຍງານ APIQ ຂອງ Savills ຄາດຄະເນວ່າ ຂະແໜງຊິບເຄິ່ງຊັກນຳໄຟຟ້າ ຂອງຫວຽດນາມ ຄາດວ່າຈະດຶງດູດການລົງທຶນຫຼາຍສົມຄວນໃນປີນີ້. ໃນຂົງເຂດການທ່ອງທ່ຽວ, ຄາດວ່າ ຈຳນວນນັກທ່ອງທ່ຽວອາຊີ-ປາຊີຟິກ ຈະກັບມາຫວຽດນາມ ໃນລະດັບກ່ອນໄລຍະແຜ່ລະບາດພະຍາດ ໂຄວິດ-19.

ໂດຍ: ທະນາພອນ