ໂດຍຖືກຕັ້ງຢູ່ຊັ້ນ 3 ຂອງສູນກອງປະຊຸມແຂວງດ້ຽນບຽນ, ສູນສື່ມວນຊົນສາກົນ ຮັບໃຊ້ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ (7–5–1954/7–5–2024) ໄດ້ປະກອບດ້ວຍເຄື່ອງຄອມພິວເຕີ, ລະບົບອິນເຕີເນັດ, ຮູບພາບພ້ອມກັບຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງພິທີສະເຫຼີມສະຫຼອງຢ່າງຄົບຖ້ວນ, ກໍ່ຄືກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມແຂວງດ້ຽນບຽນ ໃຫ້ນັກຂ່າວກວ່າ 220 ຄົນຢູ່ພາຍໃນປະເທດ ແລະນັກຂ່າວສາກົນເກືອບ 40 ຄົນທີ່ມີໜ້າຢູ່ດ້ຽນບຽນ ໃນໂອກາດນີ້.

leftcenterrightdel
ພິທີເປີດຈັດຂຶ້ນຢູ່ແຂວງດ້ຽນບຽນ. ພາບ: ສໍານັກຂ່າວສານຫວຽດນາມ

ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງໄດ້ວາງສະແດງສິ່ງພິມ 33 ສະບັບຂອງກອງທັບປະຊາຊົນສະບັບພິເສດທີ່ໄດ້ຈຳໜ່າຍຢູ່ສະໜາມຮົບປີ 1954, ພ້ອມກັບການວາງສະແດງພາບຖ່າຍ, ເທບວີດີໂອ “ຫວຽດນາມ ຜາສຸກ-Happy Vietnam 2024”. ພິເສດ, ຊຸດສະແຕມດ້ວຍຫົວຂໍ້ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ກໍ່ໄດ້ຈຳໜ່າຍຢ່າງເປັນທາງການ. ທ່ານ ຫງວຽນແທັງເລີມ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໃຫ້ຮູ້ວ່າ: “ກ່ອນໜ້ານັ້ນ, ເນື່ອງໃນໂອກາດສະເຫຼີມສະຫຼອງໄຊຊະນະ ດ້ຽນບຽນຝູ, ຂະແໜງໄປສະນີ, ປະຈຸບັນແມ່ນຂະແໜງຖະແຫຼງຂ່າວ ແລະສື່ສານ, ໄດ້ຈຳໜ່າຍບັນດາຊຸດສະແຕມເພື່ອສະເຫຼີມສະຫຼອງ. ນີ້ແມ່ນຊຸດສະແຕມທີ 8 ເຊິ່ງຂະແໜງຖະແຫຼງຂ່າວ ແລະສື່ສານເປັນກຽດໄດ້ຈຳໜ່າຍ, ເປັນການປະກອບສ່ວນເລັກນ້ອຍເພື່ອສົ່ງສານເຖິງເພື່ອນມິດສາກົນກ່ຽວກັບລັດທິຮັກຊາດ, ນ້ຳໃຈປະຕິວັດ, ກຳລັງແຮງມະຫາສາມັກຄີທົ່ວປວງຊົນ, ຄຸນນະທາດ ແລະພູມປັນຍາຫວຽດນາມ”.

ແຫຼ່ງຄັດຈາກ: vovworld.vn