ງານຕະຫຼາດນັດສິນຄ້າຫວຽດນາມ ພົ້ນເດັ່ນສົ່ງອອກປີ 2024 ໄດ້ຈັດຂຶ້ນຢູ່ສູນວາງສະແດງ ແລະກອງປະຊຸມໄຊງ່ອນ, ເມືອງ 7, ນະຄອນໂຮ່ຈີມິນ, ຈະສືບຕໍ່ສຸມໃສ່ກຸ່ມຜະລິດຕະພັນສົ່ງອອກຕົ້ນຕໍຄື: ອາຫານເຄື່ອງດື່ມ; ຜະລິດຕະພັນກະເສດ ແລະສິນໃນນ້ຳ; ເຄື່ອງເຟີນີເຈີ; ເຄື່ອງຕໍາແຜ່ນ ແລະເກີບໜັງ; ຖົງ, ກະເປົາ; ເຄື່ອງເອເລັັັກໂຕນິກ, ກົນຈັກ ແລະຂະແໜງການບໍລິການ, ການສໍາຮອງອື່ນ...

ຈຸດໃໝ່ຂອງງານຕະຫຼາດນັດຄັ້ງນີ້ແມ່ນຂອບຂະໜາດໄດ້ເພີ່ມຂຶ້ນສອງເທົ່າເມື່ອທຽບໃສ່ປີກາຍ, ຈຳນວນຮ້ານຄ້າໄດ້ເພີ່ມຂຶ້ນເປັນ 450 ແຫ່ງ.

leftcenterrightdel
ມີວິສາຫະກິດຫຼາຍແຫ່ງຢູ່ນະຄອນໂຮ່ຈີມິນ ຫັນເປັນການຜະລິດສີຂຽວເພື່ອໃຫ້ຜະລິດຕະພັນສົ່ງອອກສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຜູ້ນໍາເຂົ້າ. ພາບ: VOV

ງານຕະຫຼາດນັດດັ່ງກ່າວ ຄາດວ່າຈະດຶງດູດນັກທ່ອງທ່ຽວ ແລະຜູ້ຊື້ສິນຄ້າມາຢ້ຽມຊົມປະມານ 20.000 ຄົນທີ່ມາຈາກບັນດາຕະຫຼາດໃຫຍ່ຄື: ອາເມລິກາ, ເອີລົບ, ລັດເຊຍ, ອາຊີຕາເວັນອອກສ່ຽງໃຕ້, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ...

leftcenterrightdel
ນັກທ່ອງທ່ຽວຕ່າງປະເທດຫຼາຍຄົນມີຄວາມສົນໃຈຕໍ່ບັນດາຜະລິດຕະພັນເຄື່ອງຕ່ຳແຜ່ນຕັດຫຍິບຂອງຫວຽດນາມ. ພາບ: VOV

ມາຮອດຈຸດເວລານີ້, ໄດ້ມີນັກທ່ອງທ່ຽວສາກົນ 500 ຄົນໄດ້ລົງນາມເຊື່ອມຕໍ່ການພົວພັນດ້ານການຄ້າ, ໃນນັ້ນ ຫຼາຍກວ່າໝູ່ແມ່ນນັກທ່ອງທ່ຽວລັດເຊຍ ແລະອິນເດຍ. ຜູ້ຊື້ສາກົນມີຄວາມສົນໃຈໃນການຊື້ຜະລິດຕະພັນກະສິກໍາ, ອາຫານ, ເຄື່ອງຕໍ່າແຜ່ນຕັດຫຍິບ, ວັດສະດຸກໍ່ສ້າງ ແລະເຟີນີເຈີ.

ໃນໄລຍະ 4 ເດືອນຕົ້ນປີ, ວົງເງິນສົ່ງອອກສິນຄ້າຂອງນະຄອນໂຮ່ຈີມິນ ບັນລຸ 12,5 ຕື້ໂດລາສະຫະລັດ, ເພີ່ມຂຶ້ນກວ່າ 69% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ໂດຍ: ໄຊນີດາ