ທ່ານ ຫງວຽນຈ້ອງເງັ້ຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ, ຮອງຫົວໜ້າຜູ້ປະຈຳການຄະນະຊີ້ນຳສູນກາງ, ເປັນປະທານລາຍການ.

ຈຸດພົ້ນເດັ່ນຂອງລາຍການແມ່ນການເດີນສວນສະໜາມສະແດງກຳລັງ, ເດີນຂະບວນສວນສະໜາມ ເປີດສາກດ້ວຍບັນດາຝູງບິນເຮລີກອບເຕີປະກອບອາວຸດ ຂຶ້ນກັບເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ. ການກວດກາເບື້ອງຕົ້ງນີ້ໂດຍມີການເຂົ້າຮ່ວມຂອງກວ່າ 12.000 ຄົນ ທີ່ເຂົ້າຮ່ວມການເດີນສວນສະໜາມສະແດງກຳລັງ, ເດີນຂະບວນສວນສະໜາມ... ພາຍຫຼັງການກວດກາເບື້ອງຕົ້ນລະດັບລັດໃນມື້ນີ້, ພິທີເດີນສວນສະໜາມສະແດງກຳລັງ, ເດີນຂະບວນສວນສະໜາມສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ຈະໄດ້ກວດກາຄັ້ງສຸດທ້າຍໃນວັນທີ 5 ພຶດສະພາ ແລະຈັດພິທີເປັນທາງການໃນວັນທີ 7 ພຶດສະພາ.

ແຫຼ່ງຄັດຈາກ: vovworld.vn