leftcenterrightdel
Viettel ໃກ້ຈະສະແດງກຳລັງຄວາມສາມາດດ້ານອຸດສາຫະກຳປ້ອງກັນຊາດຢູ່ມາເລເຊຍ. ພາບ: qdnd.vn

ແຕ່ວັນທີ 6 – 9 ພຶດສະພາ, VHT ຈະຕາງໜ້າໃຫ້ Viettel ເຂົ້າຮ່ວມກອງປະຊຸມປ້ອງກັນຊາດອາຊີ (DSA) 2024  ແລະກອງປະຊຸມປ້ອງກັນຄວາມສະຫງົບແຫ່ງຊາດອາຊີ 2024 (NATSEC) ຢູ່ມາເລເຊຍ. DSA ແລະ NATSEC 2024 ສັງກັດທອັບ 5 ງານວາງສະແດງດ້ານປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບໃຫຍ່ທີ່ສຸດໃນໂລກ. ເຫດການປີນີ້ມີການເຂົ້າຮ່ວມຂອງວິສາຫະກິດ 1.200 ກວ່າແຫ່ງທີ່ມາຈາກ 60 ປະເທດ, ຄາດວ່າຈະດຶງດູດແຂກເຂົ້າຮ່ວມ 50.000 ກວ່າຄົນ. ທີ່ເຫດການຄັ້ງນີ້, VHT ບໍ່ພຽງແຕ່ແນະນຳລະບົບຜະລິດຕະພັນການທະຫານທີ່ກ້າວໜ້າເທົ່ານັ້ນ, ຫາກຍັງວາງສະແດງອົງປະກອບໂມດູນ, ສ່ອງແສງໃຫ້ເຫັນກຳລັງຄວາມສາມາດດ້ານການຄົ້ນຄວ້າ, ເປັນເຈົ້າຂອງເຕັກໂນໂລຢີແກ່ນສານ ແລະອອກແບບແຕ່ລະ ອົງປະກອບຂອງຜະລິດຕະພັນ. ຮ້ານຄ້າຂອງ Viettel ຕັ້ງຢູ່ຫ້ອງທີ່ 8360, Hall 8, ຊັ້ນ 2, ສູນວາງສະແດງ ແລະການຄ້າສາກົນມາເລເຊຍຢູ່ນະຄອນຫຼວງກົວລາລຳເປີ, ປະເທດມາເລເຊຍ.

ໂດຍ: ທະນາພອນ