leftcenterrightdel
ພາບປະກອບ. vov.vn

ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ (7-5-1954 / 7-5-2024), ສື່ມວນຊົນລາວໄດ້ໃຫ້ຂ່າວຫຼວງຫຼາຍກ່ຽວກັບເຫດການປະຫວັດສາດສຳຄັນນີ້ຂອງປະຊາຊົນຫວຽດນາມ.

ໃນໜ້າຫຼັກຂອງໜັງສືພິມ ປະຊາຊົນ, ປະເທດລາວ ແລະ ສື່ເອເລັກໂຕນິກຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ເອົາລົງບົດຂຽນ “ກອງທັບປະຊາຊົນລາວ ປະກອບສ່ວນເຂົ້າໃນໄຊຊະນະ ດ້ຽນບຽນຝູ”, “ໄຊຊະນະ ດ້ຽນບຽນຝູ ຊຸກຍູ້ຂະບວນການປົດປ່ອຍຊາດ ມຸ່ງໄປເຖິງການສ້າງສາປະເທດ ສປປ ລາວ” ແລະ “ສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ”. ບົດຂຽນໃນໜັງສືພິມ ປະຊາຊົນ ມີຕອນຂຽນວ່າ: “ໄຊຊະນະດ້ຽນບຽນຝູ ບໍ່ພຽງແຕ່ແມ່ນໄຊຊະນະຂອງປະຊາຊົນຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນໄຊຊະນະຂອງປະຊາຊົນລາວ ແລະກຳປູເຈຍ; ໄດ້ພ້ອມກັນຮ່ວມສຳພັນສູ້ຮົບຕ້ານສັດຕູໂຕດຽວກັນ ເພື່ອປົດປ່ອຍປະເທດຊາດ”. ໄຊຊະນະໄດ້ຟື້ນຟູສັນຕິພາບຢູ່ອິນດູຈີນ, ຮັບຮູ້ພື້ນຖານເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນຄົບຖ້ວນຂອງສາມປະເທດອິນດູຈີນ ຫວຽດນາມ - ລາວ - ກຳປູເຈຍ.

ສະຖານີວິທະຍຸກະຈາຍສຽງແຫ່ງຊາດ, ສະຖານີໂທລະພາບແຫ່ງຊາດ ລາວ ກໍ່ໄດ້ເອົາລົງຫຼາຍຂ່າວ, ບົດ, ບົດສຳພາດ ກ່ຽວກັບໄຊຊະນະດ້ຽນບຽນຝູ…

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ