leftcenterrightdel
ຫງວຽນວັນບິ່ງ (ນະຄອນໂຮ່ຈີມິນ) ເປັນຜູ້ທຳອິດຮອດເສັ້ນໄຊໃນໄລຍະການແຂ່ງຂັນທີ 5. ພາບ: qdnd.vn

ການແຂ່ງຂັນລົດຖີບ “ກັບເມືອດ້ຽນບຽນຝູ - 2024, ຊິງຂັນໜັງສືພິມກອງທັບປະຊາຊົນ” ປີ 2024 ໄດ້ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (07–05–1954 / 07–05–2024). ໄລຍະທາງການແຂ່ງຂັນຍາວ 525 ກິໂລແມັດຈາກນະຄອນຫຼວງຮ່າໂນ້ຍ ໄປຮອດນະຄອນດ້ຽນບຽນຝູ, ດ້ວຍ 5 ໄລຍະທາງການແຂ່ງຂັນທີ່ແກ່ຍາວແຕ່ວັນທີ 1 ພຶດສະພາ ຫາວັນທີ 5 ພຶດສະພາ ຈຶ່ງອັດລົງ. ຕາມທ່ານ ດວ່ານຊວັນໂບ້ ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ແລ້ວ, ການແຂ່ງຂັນໄດ້ດຳເນີນໄປຢ່າງຈົບງາມເມື່ອໄດ້ຮັບກຳລັງໃຈຢ່າງລົ້ນເຫຼືອຈາກປະຊາຊົນບັນດາແຂວງເຂດທາງທິດຕາເວັນຕົກສ່ຽງເໜືອເມື່ອຄະນະນັກແຂ່ງຂັນຖີບລົດໄປຜ່ານ, ປຸກລຸກຄວາມເອກອ້າງທະນົງໃຈ ແລະ ຄຳນຶງເຖິງຂະບວນລົດຖີບ, ລຳລຽງສະບຽງອາຫານວິລະຊົນທີ່ໄດ້ເຂົ້າຮ່ວມບັ້ນຮົບປະຫວັດສາດດ້ຽນບຽນຝູ ກ່ອນນີ້ 70 ປີ. ການແຂ່ງຂັນກໍໄດ້ຮັບການສະໜັບສະໜູນຈາກຫຼາຍວິສາຫະກິດ, ຜ່ານນັ້ນກໍ່ໄດ້ສ້າງເປັນກອງທຶນທີ່ມີມູນຄ່າກວ່າ 10 ຕື້ດົ່ງ (400.000ໂດລາສະຫະລັດ) ເພື່ອແນໃສ່ປະກອບສ່ວນເຂົ້າໃນການເຄື່ອນໄຫວສັງຄົມເຂດທາງທິດຕາເວັນຕົກພາກເໜືອ.

“ການແຂ່ງຂັນບັນລຸໄດ້ເປົ້າໝາຍຄູ່, ນັ້ນແມ່ນໄວກວ່າ, ແຮງກວ່າດ້ານວິຊາສະເພາະ ແລະເລິກເຊິ່ງ, ມີປະສິດທິຜົນກວ່າທາງດ້ານສາຍຈິດມິດໃຈ”.

ແຫຼ່ງຄັດຈາກ: vovworld.vn