leftcenterrightdel
ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້​າມ​ມິງ​ຈິ໊ງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: vov.vn

ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ການປະຕິບັດສຳເລັດການວາງແຜນກຳນົດເຂດທາງທິດຕາເວັນອອກພາກໃຕ້ໃນຈຸດເວລານີ້ມີຄວາມໝາຍສຳຄັນເພື່ອຫັນວິໄສທັດ, ທັດສະນະ, ເປົ້າໝາຍຢູ່ມະຕິວ່າດ້ວຍການພັດທະນາເຂດ ແລະວາງແຜນກຳນົດລະດັບຊາດ; ການຈັດວາງສະຖານທີ່ພັດທະນາບັນດາຂະແໜງແຫ່ງຊາດໃນບໍລິເວນເຂດ; ບັນດາໂຄງການມີລັກສະນະເຊື່ອມຕໍ່ສຳຄັນລະຫວ່າງແຂວງໃນເຂດ, ລະຫວ່າງເຂດ ແລະລະຫວ່າງຂະແໜງເປັນລະອຽດ…

ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ທາງທິດຕາເວັນອອກພາກໃຕ້ຄວນເພີ່ມຄວາມໄວ, ບຸກທະລຸກ, ນຳໜ້າ, ມີການຮ່ວມສຳພັນຢ່າງໜ້ນແຟ້ນ, ມີຄຸນນະພາບ ແລະປະສິດທິຜົນ. ໃນນັ້ນກົນໄກນະໂຍບາຍຕ້ອງສະດວກ, ປ່ຽນແປງໃໝ່, ທັນສະໄໝ, ພື້ນຖານໂຄງລ່າງຍຸດທະສາຕ້ອງມຸ່ງໄປເຖິງທັນສະໄໝໂດຍໄວ, ການຄຸ້ມຄອງຕ້ອງມີຄວາມສະຫຼາດເໝາະສົມກັບທ່າອ່ຽງພັດທະນາໃໝ່. ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຢ່າງສຸດຂີດ, ພັດທະນາທາງທິດຕາເວັນອອກພາກໃຕ້ໃຫ້ກາຍເປັນສູນເສດຖະກິດມີຄວາມຂະຫຍັນຂັນເຄື່ອນຂອງທົ່ວປະເທດ ແລະພາກພື້ນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງຖືມະນຸດເປັນໃຈກາງ, ເຈົ້າຂອງ; ຊອກຫາ ແລະຊຸກຍູ້ການພັດທະນາຄວາມສາມາດບົ່ມຊ້ອນທີ່ແຕກຕ່າງກັນ, ພົ້ນເດັ່ນ, ມີກາລະໂອກາດ, ທ່າໄດ້ປຽບໃນການແກ້ງແຍ້ງ, ດຶງດູດ, ຂຸດຄົ້ນແຫຼ່ງກຳລັງໃຫ້ແກ່ການພັດທະນາໂດຍໄວ, ຍືນຍົງຢ່າງມີປະສິດທິຜົນ, ຍົກສູງປະສິດທິຜົນໃນວຽກງານປະສານງານ, ພັດທະນາ ແລະຮ່ວມສຳພັນເຂດ…

ໂດຍ: ກວ໊ຽດເຕິມ