ກອງປະຊຸມສໍາມະນາໄດ້ປຶກສາຫາລືບັນດາເນື້ອໃນສຳຄັນກ່ຽວກັບບັນຫາຊັບພະຍາກອນມະນຸດໃນຂົງເຂດຈິບເຄິ່ງຊັກນຳໄຟຟ້າຢູ່ຫວຽດນາມ ຄື: ຄວາມເປັນໄປໄດ້ຂອງການບຳລຸງສ້າງວິສະວະກອນຈິບ ຫວຽດນາມ 50.000 ຄົນ ຮອດປີ 2030; ນະໂຍບາຍໜູນຊ່ວຍຂອງລັດຖະບານໃຫ້ບັນດາມະຫາວິທະຍາໄລບຳລຸງກໍ່ສ້າງຜູ້ອອກແຮງງານໃນຂະແໜງເຄິ່ງຊັກນຳໄຟຟ້າ; ປະສົບການໃນການກໍ່ສ້າງຊັບພະຍາກອນມະນຸດເຄິ່ງຊັກນຳໄຟຟ້າຂອງບັນດາບໍລິສັດ ແລະມະຫາວິທະຍາໄລແຖວໜ້າຂອງໂລກ... ກໍ່ທີ່ເຫດການ, ບັນດານັກຊ່ຽວຊານໄດ້ປຶກສາຫາລື ແລະແບ່ງປັນກ່ຽວກັບພາຫະນະ ແລະຫ້ອງທົດລອງສໍາລັບການຝຶກອົບຮົມ ແລະການອອກແບບຈິບເຄິ່ງຊັກນຳໄຟຟ້າ, ພິເສດແມ່ນວິທີການກໍ່ສ້າງຊັບພະຍາກອນມະນຸດເຄິ່ງຊັກນຳໄຟຟ້າຂອງຫວຽດນາມ ຈາກແຫຼ່ງຊັບພະຍາກອນມະນຸດທີ່ມີຄວາມສາມາດບົ່ມຊ້ອນຂອງຫວຽດນາມ.

leftcenterrightdel
ພິທີມອບຂໍ້ຕົກລົງຮ່ວມມືຍຸດທະສາດ ແລະເປີດຕົວພັນທະມິດກໍ່ສ້າງຊັບພະຍາກອນມະນຸດ  ແລະຄົ້ນຄວ້າເຄິ່ງຊັກນຳໄຟຟ້າ VASA. ພາບ: moet.gov.vn

ເນື່ອງໃນໂອກາດນີ້, ພັນທະມິດກໍ່ສ້າງຊັບພະຍາກອນມະນຸດ  ແລະຄົ້ນຄວ້າເຄິ່ງຊັກນຳໄຟຟ້າ VASA ກໍ່ໄດ້ເປີດຕົວທີ່ກອງປະຊຸມສໍາມະນາຢ່າງເປັນທາງການ. ພັນທະມິດນີ້ ໂດຍມະຫາວິທະຍາໄລ Phenikaa ແລະນະຄອນດ່ານັງ ສ້າງຕັ້ງຕາມຮູບການຮ່ວມມືພາກລັດ - ເອກະຊົນ (PPP). ພັນທະມິດຈະນຳໃຊ້ຊັບພະຍາກອນທີ່ມີຢູ່ແລ້ວຕາມທິດແບ່ງປັນຊັບພະຍາກອນ, ນໍາໃຊ້ຮູບແບບຄຸ້ມຄອງການບຳລຸງກໍ່ສ້າງທີ່ທັນສະໄໝ, ກໍ່ສ້າງຍົກສູງທັກສະດ້ວຍບັນດາໃບຢັ້ງຢືນທີ່ໄດ້ຮັບຮອງ, ມຸ່ງໄປເຖິງການກໍ່ສ້າງຊັບພະຍາກອນມະນຸດເຄິ່ງຊັກນຳໄຟຟ້າທີ່ມີຄຸນນະພາບສູງໃຫ້ຕະຫຼາດພາຍໃນ ແລະຕ່າງປະເທດ.

ໂດຍ: ຈາງຫງວຽນ