ທ່ານ Kyril Whittaker ຢືນຢັນວ່າ ການປະຕິວັດຫວຽດນາມ, ໃນນັ້ນມີໄຊຊະນະ ດ້ຽນບຽນຝູ, ໄດ້ສົ່ງຜົນສະທ້ອນຢ່າງເລິກເຊິ່ງເຖິງທົ່ວໂລກ, ສະແດງໃຫ້ເຫັນກຳລັງແຮງປົດປ່ອຍຂອງປະຊາຊົນໃນການຕ້ານພວກລ່າເມືອງຂຶ້ນ ແລະລັດທິຈັກກະພັດເພື່ອສັນຕິພາບ ແລະເອກະລາດຂອງປະເທດຊາດ.

ນັກຮຽນຮູ້ອັງກິດ ຊີ້ແຈ້ງບັນດາປັດໄຈສ້າງເປັນໄຊຊະນະປະຫວັດສາດ ດ້ຽນບຽນຝູ ຄື: ການນຳພາອັນຖືກຕ້ອງຂອງພັກກອມມູນິດຫວຽດນາມ ບົນພື້ນຖານຖືປະຊາຊົນເປັນກົກ ແລະຕີລາຄາເງື່ອນໄຂປະຫວັດສາດ ແລະເງື່ອນໄຂທາງດ້ານວັດຖຸຂອງຍຸກສະໄໝຢ່າງຖືກຕ້ອງ; ບົດບາດຂອງປະທານໂຮ່ຈີມິນ ແລະພົນເອກ ຫວໍ້ງວຽນຢາບ; ບົດບາດຂອງກອງທັບປະຊາຊົນຫວຽດນາມ ແລະຈິດໃຈສາກົນກໍາມາຊີບ.

leftcenterrightdel
ລາຍການກວດຜ່ານພິທີສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະດ້ຽນບຽນຝູ . ພາບ: ສໍານັກຂ່າວສານຫວຽດນາມ.

ຕີລາຄາບົດບາດນຳພາຂອງພັກ, ທ່ານ Whittaker ຊີ້ອອກວ່າ ພັກກອມມູນິດຫວຽດນາມ ໂດຍລັດທິມາກ-ເລນິນ ເຍືອງທາງ, ໄດ້ມີທັດສະນະຖືກຕ້ອງກ່ຽວກັບຂະບວນການປະຕິວັດ, ວາງທິດທາງຢ່າງລະອຽດ ແລະຍາມໃດກໍ່ຖືປະຊາຊົນເປັນກົກ.

ດ້ວຍການວິເຄາະຢ່າງຖືກຕ້ອງກ່ຽວກັບຄວາມຂັດແຍ່ງກັນຂອງຍຸກສະໄໝທັງຢູ່ພາຍໃນ ແລະຕ່າງປະເທດພ້ອມກັບຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຂະບວນການປະຕິວັດພາຍໃນປະເທດ, ພັກກອມມູນິດຫວຽດນາມ ໄດ້ວາງພື້ນຖານບໍ່ພຽງແຕ່ໃຫ້ໄຊຊະນະຂອງປະຊາຊົນຫວຽດນາມ ຕໍ່ລັດທິລ່າເມືອງຂຶ້ນ ແລະຈັກກະພັດເທົ່ານັ້ນ ຫາກຍັງໃຫ້ການສ້າງສັງຄົມນິຍົມອີກດ້ວຍ .

ມູນເຊື້ອເປັນໜ້າເອກອ້າງທະນົງໃຈຂອງກອງທັບປະຊາຊົນຫວຽດນາມ ສືບຕໍ່ເສີມຂະຫຍາຍຮອດປະຈຸບັນນີ້, ບັນດາກຳລັງປະກອບອາວຸດພ້ອມແລ້ວທີ່ຈະໜູນຊ່ວຍຊາວກະສິກອນທ້ອງຖິ່ນໃນການເກັບກ່ຽວຜົນລະປູກ, ສ້ອມແປງເຮືອນຊານ, ຖະໜົນຫົນທາງພາຍຫຼັງໄພທຳມະຊາດ, ຊື້ເຄື່ອງຂອງສິນຄ້າຊ່ວຍເຫຼືອປະຊາຊົນໃນໄລຍະໂລກລະບາດ, ບໍລິຈາກເລືອດ...

ໂດຍ: ຈາງຫງວຽນ