ໃນທ່າມກາງບັນຍາກາດອັນເຄັ່ງຂຶມ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ແລະບັນດາຜູ້ແທນໄດ້ຖະຫວາຍທູບທຽນ, ອາໄລຫາເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນອັນໃຫຍ່ຫຼວງຂອງພົນເອກ ຫວໍງວຽນຢາບ ແລະນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ. ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ພ້ອມດ້ວຍຄະນະປະຕິບັດງານ ໄດ້ໄປຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈ, ມອບຂອງຂວັນໃຫ້ 20 ນັກຮົບດ້ຽນບຽນ ແລະ ຄອບຄົວເປົ້າໝາຍນະໂຍບາຍໃນບໍລິເວນ 2 ຕາແສງເມື່ອງຟັງ ແລະປ໊າຄວາງ, ນະຄອນດ້ຽນບຽນຝູ; ມອບເງິນໜູນຊ່ວຍກອງທຶນສົ່ງເສີມການສຶກສາ ຕາແສງເມື່ອງຟັງ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ມອບຂອງຂວັນໃຫ້ແກ່ນັກຮົບດ້ຽນບຽນ ແລະຄອບຄົວເປົ້າໝາຍນະໂຍບາຍໃນບໍລິເວນ. ພາບ: ຮ໊ຽວເຈື່ອງ

ທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບດ້ຽນບຽນ, ພ້ອມທັງໄດ້ແບ່ງປັນຄວາມສະໜິດສະໜົມກັບປະຊາຊົນບັນດາເຜົ່າຢູ່ເມື່ອງຟັງ, ເຊິ່ງເປັນບ່ອນທີ່ຫ່າງຈາກ 70 ປີໄດ້ປະກອບສ່ວນອັນໃຫຍ່ຫຼວງເພື່ອປົກປັກຮັກສາກອງບັນຊາການບັ້ນຮົບດ້ຽນບຽນຝູ, ປະກອບສ່ວນເຂົ້າໃນຜົນງານລວມຂອງພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ, ສ້າງໄຊຊະນະປະຫວັດສາດ. ທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ເນັ້ນໜັກວ່າ ນີ້ແມ່ນຄວາມເປັນກຽດທີ່ພັກ, ລັດ ໄດ້ມອບໃຫ້ເມື່ອງຟັງ ແລະເມື່ອງຟັງ ໄດ້ປະຕິບັດສຳເລັດໜ້າທີ່ຂອງຕົນເປັນຢ່າງດີ.

ທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ກໍ່ສະແດງຄວາມສະເທືອນໃຈຕໍ່ອາລົມຈິດຂອງປະຊາຊົນບັນດາເຜົ່າຢູ່ເມື່ອງຟັງທີ່ມີຕໍ່ກອງທັບປະຊາຊົນຫວຽດນາມ ວິລະຊົນ. ຫວັງວ່າພໍ່ແມ່ປະຊາຊົນ ແລະຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ ຈະສືບຕໍ່ຮັກສາ, ບູລະນະ, ເສີມຂະຫຍາຍຄຸນຄ່າປູຊະນີຍະສະຖານກອງບັນຊາການບັ້ນຮົບດ້ຽນບຽນຝູໃຫ້ເໝາະສົມກັບໄຊຊະນະດ້ຽນບຽນຝູ. ພ້ອມທັງຕັ້ງໜ້າສຶກສາອົບຮົມມູນເຊື້ອໃຫ້ແກ່ລຸ້ນໜຸ່ມ, ມານະພະຍາຍາມສ້າງສາບ້ານເກີດເມືອງນອນໃຫ້ນັບມື້ນັບຮັ່ງມີ, ສວຍງາມ, ສີວິໄລ.

ໂດຍ: ເຈິ່ນຮວ່ຽນ