ລະອຽດແມ່ນ, ວົງເງິນການສົ່ງອອກສິນຄ້າໃນເດືອນເມສາຂອງທົ່ວປະເທດບັນລຸປະມານ 30,94 ຕື້ໂດລາສະຫະລັດ, ຫຼຸດລົງ 8,1% ເມື່ອທຽບໃສ່ເດືອນທີ່ຜ່ານມາ ແລະເພີ່ມຂຶ້ນ 10,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຄິດໄລ່ໃນ 4 ເດືອນຕົ້ນປີ 2024, ວົງເງິນສົ່ງອອກສິນຄ້າຄາດວ່າ ບັນລຸ 123,64 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 15% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ເຂດເສດຖະກິດພາຍໃນປະເທດບັນລຸ 33,62 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 21%, ກວມເອົາ 27,2% ຂອງວົງເງິນສົ່ງອອກທັງໝົດ; ເຂດມີເງິນລົງທຶນຈາກຕ່າງປະເທດ (ລວມທັງນ້ຳມັນດິບ) ບັນລຸ 90,02 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 12,9%, ກວມເອົາ 72,8%.

leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ

ກ່ຽວກັບໂຄງປະກອບໝວດສິນຄ້າສົ່ງອອກໃນ 4 ເດືອນຕົ້ນປີ 2024, ໝວດສິນຄ້າອຸດສາຫະກຳປຸງແຕ່ງ ຄາດວ່າບັນລຸ 108,27 ຕື້ໂດລາສະຫະລັດ, ກວມເອົາ 87,5%.

ໃນ 4 ເດືອນຕົ້ນປີ 2024, ອາເມລິກາ ແມ່ນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງຫວຽດນາມ ດ້ວຍວົງເງິນການຄ້າ ຄາດວ່າ ບັນລຸ 34,1 ຕື້ໂດລາສະຫະລັດ. ຖັດມາແມ່ນຈີນ ດ້ວຍວົງເງິນສົ່ງອອກບັນລຸ 18 ຕື້ໂດລາສະຫະລັດ, ຕໍ່ຈາກນັ້ນແມ່ນ EU ດ້ວຍວົງເງິນ 16,4 ຕື້ໂດລາສະຫະລັດ.

ກ່ຽວກັບການນຳເຂົ້າສິນຄ້າ, ໃນເດືອນເມສາ, ວົງເງິນນຳເຂົ້າສິນຄ້າຄາດວ່າບັນລຸ 30,26 ຕື້ໂດລາສະຫະລັດ, ຫຼຸດລົງ 2% ເມື່ອທຽບໃສ່ເດືອນທີ່ຜ່ານມາ ແລະເພີ່ມຂຶ້ນ 19,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຄິດໄລ່ລວມໃນ 4 ເດືອນຕົ້ນປີ 2024, ວົງເງິນນຳເຂົ້າບັນລຸ 115,24 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 15,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ໃນນັ້ນ, ເຂດ ເສດຖະກິດພາຍໃນປະເທດບັນລຸ 41,86 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 19,7%; ເຂດມີເງິນລົງທຶນຈາກຕ່າງປະເທດບັນລຸ 73,38 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 13,1%.

ກ່ຽວກັບໂຄງປະກອບໝວດສິນຄ້ານຳເຂົ້າໃນ 4 ເດືອນຕົ້ນປີ 2024, ໝວດສິນຄ້າພາຫະນະການຜະລິດ ຄາດວ່າບັນລຸ 108,33 ຕື້ໂດລາສະຫະລັດ, ກວມເອົາ 94%.

ໃນ 4 ເດືອນ, ຈີນ ແມ່ນຕະຫຼາດນຳເຂົ້າໃຫຍ່ທີ່ສຸດຂອງຫວຽດນາມ ດ້ວຍວົງເງິນການຄ້າ ຄາດວ່າບັນລຸ 41,6 ຕື້ໂດລາສະຫະລັດ. ຖັດຈາກນັ້ນແມ່ນ ສ.ເກົາຫຼີ ຄາດວ່າ ບັນລຸ 17,1 ຕື້ໂດລາສະຫະລັດ, ຕໍ່ຈາກນັ້ນແມ່ນອາຊຽນ ນຳເຂົ້າບັນລຸ 15,6 ຕື້ໂດລາສະຫະລັດ.

ຕາມກົມໃຫຍ່ສະຖິຕິ ແລ້ວ, ດຸນການຄ້າສິນຄ້າເບື້ອງຕົ້ນໃນເດືອນ 3 ໄດ້ສົ່ງອອກເກີນດຸນ 2,78 ຕື້ໂດລາສະຫະລັດ; ໄຕມາດທີ 1 ສົ່ງອອກເກີນດຸນ ແມ່ນ 7,72 ຕື້ໂດລາສະຫະລັດ; ເດືອນ ເມສາ ຄາດວ່າ ຈະມີການສ່ົງອອກເກີນດຸນ 0,68 ຕື້ໂດລາສະຫະລັດ. ໄລ່ລວມ 4 ເດືອນຕົ້ນປີ 2024, ດຸນການຄ້າສິນຄ້າ ຄາດວ່າ ການສົ່ງອອກເກີນດຸນແມ່ນ 8,4 ຕື້ໂດລາສະຫະລັດ; ໃນຂະນະທີ່ຢູ່ໃນໄລຍະດຽວກັນຂອງປີກາຍນີ້ແມ່ນ ສົ່ງອອກເດີນດຸນ 7,66 ຕື້ໂດລາສະຫະລັດ.

ໂດຍ: ທະນາພອນ