ໃນຂອບເຂດກອງປະຊຸມປະຈຳປີລະດູບານໃໝ່ຂອງກອງທຶນເງິນຕາສາກົນ (IMF) ແລະທະນາຄານໂລກ (WB) ທີ່ຈັດຂຶ້ນຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ (ອາເມລິກາ), ທ່ານ Paulo Medas, ຫົວໜ້າຄະນະປຶກສາຫາລື ແລະຕິດຕາມກວດກາເສດຖະກິດມະຫາພາກຫວຽດນາມ ຂອງ IMF ຖືວ່າ: ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກລວມຂອງພື້ນຖານເສດຖະກິດທົ່ວໂລກ, ຫວຽດນາມ  ຍັງບັນລຸລະດັບເຕີບໂຕ 5,66% ໃນໄຕມາດທີ I ຂອງປີ 2024. ການສົ່ງອອກສິນຄ້າສືບຕໍ່ເຕີບໂຕຢ່າງແຮງ, ໄດ້ໜູນຊ່ວຍທ່າເຕີບໂຕລວມຂອງພື້ນຖານເສດຖະກິດ. ເຖິງຢ່າງໃດກໍ່ຕາມ, ຄວາມຕ້ອງການພາຍໃນ, ພິເສດແມ່ນການບໍລິໂພກສ່ວນບຸກຄົນພວມຢູ່ໃນລະດັບອ່ອນແອ ແລະເປັນຄວາມສ່ຽງຊ້ອນແຝງຕໍ່ພື້ນຖານເສດຖະກິດ.

IMF ຄາດຄະເນວ່າ ຫວຽດນາມ ຈະບັນລຸລະດັບເຕີບໂຕເກືອບ 6% ໃນປີ 2024 ອີງໃສ່ການຟື້ນຕົວຂອງຄວາມຕ້ອງການພາຍໃນປະເທດ ແລະນະໂຍບາຍປີການເງິນໜູນຊ່ວຍຂອງລັດຖະບານ. ເຖິງຢ່າງໃດກໍ່ຕາມ, IMF ກໍ່ສະເໜີແນະວ່າ ຫວຽດນາມ ຕ້ອງມີນະໂຍບາຍປີການເງິນທີ່ມີໄຫວພິບ ເພື່ອຮັບມືກັບຄວາມສ່ຽງ ແລະຮັບປະກັນການເຕີບໂຕແບບຍືນຍົງ. ໃນສະພາບທີ່ໄພເງິນເຟີ້ເພີ່ມຂຶ້ນຍ້ອນການຜັນແປທົ່ວໂລກ, IMF ຖືວ່າ ຫວຽດນາມ ຈະຕ້ອງເພີ່ມອັດຕາດອກເບ້ຍ ເພື່ອຄວບຄຸມຄວາມກົດດັນຂອງລາຄາ. ເຖິງຢ່າງໃດກໍ່ຕາມ, ການດັບປັບນະໂຍບາຍເງິນຕາຕ້ອງໄດ້ປະຕິບັດຢ່າງລະມັດລະວັງ ເພື່ອຫຼີກເວັ້ນຜົນສະທ້ອນຫຍໍ້ທໍ້ຕໍ່ການເຕີບໂຕ.

leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ

ຕາມທ່ານ Medas ແລ້ວ, ໃນສະພາບການຫັນປ່ຽນລະບົບຕ່ອງໂສ້ການສະໜອງໄປສູ່ອາຊີ, ຫວຽດນາມ ສືບຕໍ່ແມ່ນໜຶ່ງໃນບັນດາສະຖານທີ່ທີ່ດຶງດູດ FDI ໄດ້ເປັນຈຳນວນຫຼວງຫຼາຍ ຍ້ອນອີງໃສ່ສະພາບແວດລ້ອມແຫ່ງການລົງທຶນທີ່ໝັ້ນຄົງ, ພື້ນຖານເສດຖະກິດເຕີບໂຕສູງ, ຕະຫຼາດພາຍໃນໃຫຍ່ ແລະແຫຼ່ງຊັບພະຍາກອນມະນຸດໜຸ່ມແໜ້ນ. ເຖິງຢ່າງໃດກໍ່ຕາມ, ເພື່ອຮັກສາກຳລັງດຶງດູດ, ຫວຽດນາມ ຕ້ອງສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຫຼຸດຜ່ອນລະບຽບການບໍລິຫານ, ພັດທະນາພື້ນຖານໂຄງລ່າງ, ພິເສດແມ່ນພະລັງງານຂຽວ, ຍູ້ແຮງການປ່ຽນແປງໃໝ່ປະດິດສ້າງ.

ການຕີລາຄາຂອງທ່ານ Medas ແມ່ນສອດຄ່ອງກັບການຄາດຄະເນກ່ຽວກັບເສດຖະກິດຫວຽດນາມ ທີ່ໄດ້ຍົກອອກໃນບົດລາຍງານແງ່ຫວັງການເຕີບໂຕເສດຖະກິດປີ 2024. ໃນນັ້ນ, ບັນດານັກຊ່ຽວຊານໃຫ້ຂໍ້ສັງເກດວ່າ ເສດຖະກິດຫວຽດນາມ ຈະຟື້ນຟູຢ່າງແຮງໃນປີ 2024, ພາຍຫຼັງໜຶ່ງປີທີ່ “ອົດທົນ” ຜ່ານຜ່າ “ຄວາມຄວາມຫຍຸ້ງຍາກ”ຈາກເສດຖະກິດໂລກ.

ກ່ອນໜ້ານັ້ນ, ໃນບົດລາຍງານຄາດຄະເນແງ່ຫວັງເສດຖະກິດທົ່ວໂລກໄຕມາດທີ 4 ໄດ້ປະກາດໃນເດືອນ ທັນວາ 2023, ສະຖາບັນ Chartered Accountants ຢູ່ອັງກິດ ແລະ Wales (ICAEW) ແລະ  Oxford Economics ກໍ່ໃຫ້ຂໍ້ສັງເກດທີ່ມີຄວາມປະເອີບໃຈກ່ຽວກັບການເຕີບໂຕຂອງພື້ນຖານເສດຖະກິດຫວຽດນາມ. ບົດລາຍງານຖືວ່າ, ເຖິງວ່າ ການເຕີບໂຕຫຼຸດຜ່ອນຄວາມໄວລົງໃນປີ 2023 ແລະ 2024 ເມື່ອທຽບໃສ່ລະດັບສະເລ່ຍກ່ອນການແຜ່ລະບາດຂອງພະຍາດໃນລະດັບ 7% ກໍ່ຕາມ, ແຕ່ເລື່ອງເຕີບໂຕທີ່ມະຫັດສະຈັນຂອງຫວຽດນາມ ຍັງບໍ່ທັນສິ້ນສຸດລົງເທື່ອ. ໃນສະພາບການປ່ຽນແປງໃໝ່ຂອງຕ່ອງໂສ້ການສະໜອງທົ່ວໂລກ, ຫວຽດນາມ ພົ້ນເດັ່ນຂຶ້ນຄືດັ່ງ “ຜູ້ຊະນະ” ທີ່ສຳຄັນ, ການເຕີບໂຕການສົ່ງອອກສິນຄ້າໄດ້ຮັບການຄາດຄະເນວ່າ ຈະສືບຕໍ່ເຕີບໂຕໃນໄລຍະກາງ.

ການເພີ່ມທະວີການລົງທຶນຂອງກຸ່ມບໍລິສັດນາໆຊາດ ຈະຊຸກຍູ້ການເຕີບໂຕ GDP ຂອງຫວຽດນາມ ໃຫ້ລື່ນກາຍບັນດາປະເທດອາຊຽນອື່ນ, ຢ່າງໜ້ອຍສຸດແມ່ນຮອດປີ 2030. ICAEW ຄາດຄະເນການເຕີບໂຕເສດຖະກິດຂອງຫວຽດນາມໃນປີ 2024 ຈະແມ່ນ 5%, ສູງກວ່າ 4,7% ທີ່ໄດ້ຄາດຄະເນໃນປີ 2023. ໃນບົດລາຍງານມໍ່ໆມານີ້,  ທະນາຄານພັດທະນາອາຊີ (ADB) ກໍ່ຄາດຄະເນວ່າ, ການເຕີບໂຕເສດຖະກິດຂອງຫວຽດນາມ ຈະເພີ່ມຂຶ້ນຢູ່ລະດັບ 6% ໃນປີ 2024 ເມື່ອຕະຫຼາດພາຍນອກຟື້ນຕົວເປັນຢ່າງດີກວ່າເມື່ອທຽບໃສ່ປີ 2023.

ເຫດຜົນໜຶ່ງທີ່ເຮັດໃຫ້ IMF ມີຄວາມເຊື່ອໝັ້ນຕໍ່ແງ່ຫວັງການເຕີບໂຕຂອງຫວຽດນາມ ແມ່ນຍ້ອນຫວຽດນາມ ມີພື້ນຖານໜູນຊ່ວຍການເຕີບໂຕເສດຖະກິດ ກ່ອນເກີດໂລກລະບາດ ໂຄວິດ-19 ຍັງໄດ້ຮັບການຮັກສາໄວ້ໃນປີ 2024 ເຖິງວ່າພື້ນຖານເສດຖະກິດກໍານົດທິດສົ່ງອອກໄດ້ຮັບຜົນກະທົບຫຼາຍຢ່າງຈາກຄວາມຕ້ອງການຫຼຸດລົງຈາກພາຍນອກໃນປີ 2023 ກໍ່ຕາມ. ຕາມນັ້ນແລ້ວ, IMF ຖືວ່າການເຕີບໂຕ GDP ໃນປີ 2025 ຂອງຫວຽດນາມ  ອາດຈະເພີ່ມຂຶ້ນເຖິງລະດັບ 6,9%.

ໃນຂະນະນັ້ນ, ອົງການຈັດອັນດັບຄວາມໄວ້ວາງໃຈ Fitch Ratings ພັດຕີລາຄາວ່າ ນະໂຍບາຍເງິນຕາຂອງຫວຽດນາມ ໄດ້ໜູນຊ່ວຍພື້ນຖານເສດຖະກິດຂອງປະເທດຢ່າງໃຫຍ່ຫຼວງທີ່ສຸດໃນປີ 2023. ຕາມນັ້ນແລ້ວ, Fitch Ratings ຄາດຄະເນວ່າ ການເຕີບໂຕເສດຖະກິດຂອງຫວຽດນາມ ຈະບັນລຸ 6,3% ໃນປີ 2024 ແລະ 7% ໃນປີ 2025. Fitch Ratings ກໍ່ເຊື່ອໝັ້ນວ່າ: ບັນດາປັດໄຈພື້ນຖານໃນໄລຍະກາງຂອງພື້ນຖານເສດຖະກິດຫວຽດນາມ ຍັງມີຄວາມຕັ້ງໜ້າຢູ່ ແລະແງ່ຫວັງການເຕີບໂຕໃນໄລຍະກາງ ຈະບັນລຸປະມານ 7%/ປີ ຍ້ອນອີງໃສ່ກໍາລັງໜູນການເຕີບໂຕຈາກກະແສເງິນລົງທຶນ FDI ທີ່ເຂັ້ມແຂງ ແລະແຫຼ່ງຜູ້ອອກແຮງງານທີ່ອຸດົມສົມບູນ.

ບັນດາອົງການຈັດຕັ້ງສາກົນເວົ້າລວມ ລ້ວນແຕ່ຕີລາຄາບັນດາແງ່ຫວັງການເຕີບໂຕຂອງຫວຽດນາມ ໃນປີ 2024 ກໍ່ຄືໃນໄລຍະກາງ ແມ່ນມີຄວາມຕັ້ງໜ້າ ຍ້ອນອີງໃສ່ການຟື້ນຕົວຂອງການບໍລິໂພກພາຍໃນ, ການນຳເຂົ້າ ແລະສົ່ງອອກສິນຄ້າ ແລະການຍູ້ແຮງການລົງທຶນພາກລັດ, ເພີ່ມທະວີແຫຼ່ງເງິນລົງທຶນຈາກຕ່າງປະເທດ...

ໂດຍ: ທະນາພອນ